ຜົນສໍາເລັດຂອງ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ຄັ້ງທີ 14
July 9, 2022 - 4:13 PM

ໃນລະຫວ່າງວັນທີ 6-8 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ, ຕາມຄໍາເຊື້ອເຊີນຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮວມຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງສອງຊາດ ລາວ-ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14, ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍແລະທ່ານ ນ. ເຊືອງຣັດຊະວີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ ໂດຍມີຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ໃນຕອນບ່າຍວັນດຽວກັນ, ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ.

ກອງປະຊຸມໄດ້ດໍາເນີນໄປໃນທ່າມກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຊຶ່ງສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາ ກ່ຽວກັບ ໝາກຜົນຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC)ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ, ໃນເດືອນກຸມພາ 2019 ຜ່ານມາ, ກໍຄືຮ່ວມກັນທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາຢ່າງກົງໄປກົງມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ, ການຮ່ວມມືດ້ານວັດທະນາທໍາ-ສັງຄົມ, ການຮ່ວມມືພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍກໍໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ້ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະພາຍຫຼັງທີ່ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານໃນປີ 2019, ການພົວພັນຮ່ວມມືສອງຝ່າຍແມ່ນມີບາດກ້າວຂະຫຍາຍຕົວຢ່າງເປັນຮູບປະທໍາຫຼາຍຂຶ້ນ.
ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືດ້ານການເມືອງ, ການຕ່າງປະເທດຕະຫຼອດໄລຍະຜ່ານມາໂດຍສະເພາະແມ່ນຄວາມຄືບໜ້າການຮ່າງແຜນປະຕິບັດງານຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານສອງຝ່າຍໄລຍະປີ 2023-2027,ຊຶ່ງສອງຝ່າຍມີແຜນທີ່ຈະລົງນາມຮ່ວມກັນໃນໂອກາດການຢ້ຽມຢາມສປປລາວຢ່າງເປັນທາງການຂອງສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນໃນປີ 2023,ພ້ອມທັງສືບຕໍ່ແລກປ່ຽນການຢ້ຽມຢາມຊຶ່ງກັນແລະກັນໃນທຸກລະດັບນັບແຕ່ການນໍາຂັ້ນສູງສອງປະເທດ, ບັນດາກະຊວງຂະແໜງການ, ບັນດາແຂວງກໍ່ຄືລະຫວ່າງປະຊາຊົນກັບປະຊາຊົນ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການຮ່ວມມືດ້ານຊາຍແດນ, ເປັນຕົ້ນການຄວບຄຸມປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນສອງປະເທດ, ການລັກລອບຕັດໄມ້ ແລະ ການຂຸດຄົ້ນຊັບພະຍາກອນແບບຜິດກົດໝາຍ. ພ້ອມນີ້, ສອງຝ່າຍໄດ້ເປັນເອກະພາບກັນສືບຕໍ່ປຶກສາຫາລືໃຫ້ສໍາເລັດຮ່າງສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນທີ່ໄດ້ສໍາເລັດການສໍາຫຼວດຮ່ວມກັນແລ້ວ 86% ແລະ ສືບຕໍ່ປຶກສາຫາລືແກ້ໄຂບໍລິເວນຊາຍແດນທີ່ຍັງຄົງຄ້າງເພື່ອໃຫ້ສໍາເລັດການກໍານົດເສັ້ນຊາຍແດນສອງປະເທດຢ່າງສົມບູນ ແລະ ຮ່ວມກັນເຮັດໃຫ້ຊາຍແດນລາວ-ກໍາປູເຈຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ໄດ້ຮັບການພັດທະນາ.
ສອງຝ່າຍໄດ້ສະແດງຄວາມດີໃຈທີ່ເຫັນວ່າມູນຄ່າການຄ້າສອງຝ່າຍໄດ້ມີການເພີ່ມຂຶ້ນ, ພິເສດແມ່ນການຊື້-ຂາຍໄຟຟ້າລະຫວ່າງສອງປະເທດແມ່ນນັບມື້ນັບເພີ່ມຂຶ້ນເຖິງວ່າໃນສອງປີຜ່ານມາສອງປະເທດຈະຍັງສືບຕໍ່ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ພ້ອມທັງໄດ້ເອກະພາບກັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນໂດຍຜ່ານກິດຈະກໍາສົ່ງເສີມການຄ້າ ການລົງທຶນ ແລະ ອື່ນໆ. ພ້ອມທັງຈັດຕັ້ງປະຕິບັດບັນດາເອກະສານຮ່ວມມືທັງລະຫວ່າງພາກລັດ ແລະ ເອກະຊົນທີ່ສອງຝ່າຍໄດ້ມີຮ່ວມກັນໃຫ້ປະກົດຜົນເປັນຈິງ.
ສອງຝ່າຍເຫັນວ່າການເຊື່ອມໂຍງລະຫວ່າງສອງປະເທດແມ່ນມີຄວາມສໍາຄັນບໍ່ວ່າທາງດ້ານພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງກໍຄືການບໍລິການຕ່າງໆ,ເປັນຕົ້ນແມ່ນການເປີດຖ້ຽວບິນໂດຍກົງລະຫວ່າງສອງປະເທດເພື່ອຊຸກຍູ້ໃຫ້ແກ່ການໄປມາຫາສູ່ຊຶ່ງກັນແລະກັນລະຫວ່າງປະຊາຊົນແລະຊຸກຍູ້ການທ່ອງທ່ຽວຮ່ວມກັນເພື່ອປະກອບສ່ວນພື້ນຟູເສດຖະກິດພາຍໃນຂອງສອງປະເທດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ນອກນີ້,ສອງຝ່າຍຍັງເຫັນດີສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນໃນການຊຸກຍູ້ການຮ່ວມມືດ້ານການເງິນ, ຖະແຫຼງຂ່າວ, ວັດທະນະທໍາ, ແຮງງານ, ສາທາລະນະສຸກ, ອຸດສາຫະກໍາ, ພະລັງງານ, ກະສິກໍາ, ສິ່ງແວດລ້ອມ, ການຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ວິທະຍາສາດ, ເຕັກໂນໂລຊີກໍ່ຄືການພົວພັນລະຫວ່າງປະຊາຊົນຂອງສອງປະເທດ.
ສອງຝ່າຍເຫັນດີເປັນເອກະພາບກັນຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນເວທີອະນຸພາກພື້ນ, ພາກພື້ນແລະ ສາກົນ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍແລະສະໜັບສະໜູນຕໍ່ການຮັບໜ້າທີ່ເປັນປະທານອາຊຽນ 2022 ຂອງກໍາປູເຈຍ, ກໍາປູເຈຍກໍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປປ ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV-DTA JCC) ຄັ້ງທີ 13 ໃນທ້າຍປີ 2022 ນີ້.
ພາຍຫຼັງສໍາເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14 ດ້ວຍຜົນສໍາເລັດອັນຈົບງາມ. ສໍາລັບກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ແມ່ນ ສປປ ລາວ ຈະເປັນເຈົ້າພາບ.

ຂ່າວ: ກະຊວງການຕ່າງປະເທດ