ຢໍໂຄວິດ ຊະນະ ຄີຣີອອສ ຄວ້າແຊ໊ມວິມເບິລດັນສະໄຫມທີ 7 ຢ່າງຍິ່ງໃຫຍ່

ໂນວັກ ຢໍໂຄວິດ ຍອດນັກເທັນນິສຊາວເຊີເບຍ ຍັງໄຮ້ທຽບທານຄືເກ່ົາ ເມື່ອເອົາຊະນະ ນິກ ຄີຣີອອສ 3-1 ເຊັດ ຄວ້າແຊ໊ມເທນນິສ ວິມເບິລດັນ ໄປຄອງເປັນສະໄຫມທີ 7.
ການແຂ່ງຂັນເທນນິສ ແກຣນສະແລມ ລາຍການ ວິມເບິລດັນ ທີ່ສະຫນາມ ອອລ ອິງແລນ ຄລັບ ນະຄອນຫລວງລອນດອນ ປະເທດອັງກິດ ເມື່ອວັນອາທິດທີ່ຜ່ານມາໃນປະເພດຊາຍດ່ຽວ ຮອບຊີງຊະນະເລີດ ໂນວັກ ຢໍໂຄວິດ ມື 1 ຂອງລາຍການຈາກເຊີເບຍ ສະແດງຄວາມນິ້ງ ເມື່ອພິກຈາກທີ່ເສຍໄປກ່ອນໃນເຊັດທຳອິດ ກັບມາເອົາຊະນະ ນິກ ຄີຣີອອສ ນັກເທນນິສອາລົມຮ້ອນຈາກອອສເຕຣເລຍ ຢ່າງງົດງາມ 3-1 ເຊັດ 4-6, 6-3, 6-4, 7-6 (7-3) ຄວ້າແຊ໊ມໄປຄອງເປັນສະໄຫມທີ 7 ຢ່າງຍິ່ງໃຫຍ່.
ນອກຈາກນີ້ ຢໍໂຄວິດ ເຊິ່ງສາມາດລົ້ມ ຄີຣີອອສ ໄດ້ເປັນຄັ້ງທຳອິດໃນການພົບກັນ 3 ຄັ້ງນັ້ນ ຍັງສ້າງສະຖິຕິຄວ້າແຊ໊ມແກຣນສະແລມເປັນລາຍການທີ 21 ໃນອາຊີບເປັນຮອງພຽງ ຣາຟາເອລ ນາດາລ ຄູ່ປັບຕົວເກ່ັງຈາກສະເປນ ທີ່ຄວ້າໄປແລ້ວ 22 ສະແລມພຽງຄົນດຽວເທົ່ານັ້ນ ຂະນະທີ່ ໂຣເຈີ ເຟເດີເຣີ ນັກເທນນິສອັດສະຣິຍະຈາກສະວິດເຊີແລນ ຕາມມາເປັນອັນດັບ 3 ໂດຍຄວ້າໄປແລ້ວ 20 ສະແລມ.