ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ

ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - 293572444 763491155099587 8523676124609777639 n - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ
ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - kitchen vibe - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ

ວັນທີ 11 ກໍລະກົດ ຜ່ານມາ, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າໂຄງການພັດທະນາແຄມຂອງແຂວງຈຳປາສັກ ແລະ ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ແຂວງຈຳປາສັກ ແລະ ແຂວງສາລະວັນ ພາຍໃຕ້ການເປັນປະທານຂອງທ່ານ ສຸກຂະເສີມ ປາກດີມະນີວົງ ຜູ້ຊ່ວຍຄະນະລັດຖະມົນຕີກະຊວງ ຍທຂ ຫົວໜ້າຄະນະຊີ້ນຳໂຄງການພັດທະນາໂຄງລ່າງ ຍທຂ ພາຍໃຕ້ກອບການຮ່ວມມືກັບກອງທຶນ EDCF, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ, ທ່ານ ຄິມ ຊຸງ ໂດ (Mr. kim young do) ເຈົ້າໜ້າທີ່ອາວຸໂສສຳນັກງານໃຫຍ່ກອງທຶນເພື່ອການພັດທະນາເສດຖະກິດ EDCF ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທະນົງສັກ ດວງມາລາ ຮອງຫົວໜ້າພະແນກ ຍທຂ ແຂວງ ກ່າວວ່າ: ໂຄງການພັດທະນາແຄມຂອງແຂວງຈຳປາສັກ ແລະ ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ແມ່ນໂຄງການບຸລິມະສິດທີ່ສໍາຄັນຂອງລັດຖະບານລາວ ຊຶ່ງລັດຖະບານໄດ້ຂໍການຊ່ວຍເຫຼືອດ້ານທຶນກູ້ຢືມດອກເບ້ຍຜ່ອນຜັນຈາກກອງທຶນ EDCF ຂອງ ສ ເກົາຫຼີ ເພື່ອສຸມໃສ່ວຽກງານດັ່ງກ່າວໃຫ້ມີຜົນສຳເລັດ, ທັງຮັບປະກັນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ ແລະ ແຂວງສາລະວັນ ໃນໄລຍະປີ 2021-2025 ແລະ ສອດຄ່ອງກັບແຜນຍຸດທະສາດການພັດທະນາພື້ນຖານໂຄງລ່າງຂອງ ກະຊວງ ຍທຂ ຮອດປີ 2030, ທັງນີ້ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃນແຂວງພາກໃຕ້ຂອງລາວໃຫ້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - Visit Laos Visit SALANA BOUTIQUE HOTEL - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ
ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - Visit Laos Visit SALANA BOUTIQUE HOTEL - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຄືນ ຜົນສໍາເລັດຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຈາກຄະນະຮັບຜິດຊອບໂຄງການ ແລະ ບັນດາຊ່ຽວຊານທີ່ປຶກສາເຊັ່ນ: ລາຍງານຄວາມຄືບໜ້າໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ແຂວງຈຳປາສັກ ແລະ ແຂວງສາລະວັນ (LOAN NO.LAO-17), ລາຍງານຄວາມຄືບໜ້າໂຄງການພັດທະນາແຄມຂອງແຂວງຈໍາປາສັກ (LOAN NO. LAO-12 & LAO-18) ແລະ ລາຍງານຄວາມຄືບໜ້າວຽກຍົກຍ້າຍ ແລະ ຈັດສັນໃຫ້ປະຊາຊົນທີ່ຖືກຜົນກະທົບ ຊຶ່ງຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ດ້ານຕັ້ງໜ້າລວມທັງທິດທາງ ແລະ ມາດຕະການຕ່າງໆເພື່ອສືບຕໍ່ແກ້ໄຂໃນຕໍ່ໜ້າ.

ສຳລັບໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65.653.000 ໂດລາ ໃນນັ້ນທຶນກູ້ຢືມຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ສ ເກົາຫຼີ ຈຳນວນ 53.058.000 ໂດລາ ແລະ ທຶນພາຍໃນສົມທົບ 12.595.000 ໂດລາ. ໂຄງການນີ້ສຳຫຼວດອອກແບບໃນທ້າຍປີ 2016, ໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2017 ຮອດເດືອນພຶດສະພາປີ 2022 ປະຕິບັດໄດ້ 90,60%, ສ່ວນໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ແຂວງຈຳປາສັກ ແລະ ແຂວງສາລະວັນ ໄດ້ສຳຫຼວດອອກແບບແລ້ວ, ປັດຈຸບັນກໍາລັງດຳເນີນເອກະສານການຄັດເລືອກບໍລິສັດຜູ້ຮັບເໝົາກໍ່ສ້າງໃຫ້ທາງກອງທຶນ EDCF ກວດກາ ແລະ ຮັບຮອງ ຊຶ່ງຄາດວ່າຈະເລີ່ມປະມູນຄັດເລືອກເອົາບໍລິສັດຮັບເໝົາກໍ່ສ້າງຈາກປະເທດ ສ ເກົາຫຼີ ໃນຕົ້ນເດືອນສິງຫາທີ່ຈະມາເຖິງນີ້.

ໃນໂອກາດນີ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ລົງໄປຢ້ຽມຢາມຕິດຕາມ ໂຄງການນໍ້າປະປາແຂວງຈຳປາສັກ ຈຸດຕິດຕັ້ງໂຄງການນໍ້າປະປາເມືອງບາຈຽງຈະເລີນສຸກ, ໂຮງງານນໍ້າປະປາ ນະຄອນປາກເຊ, ຢ້ຽມຢາມໂຄງການພັດທະນາແຄມຂອງ, ສວນສາທາລະນະແຄມຂອງ, ຝັ່ງແມ່ນໍ້າເຊໂດນ ເພື່ອຕິດຕາມກວດກາ ແລະ ປະເມີນເບິ່ງຄວາມຄືບໜ້າຂອງໂຄງການຕົວຈິງອີກດ້ວຍ.

ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - 4 - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ
ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - 3 - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ
ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ - 5 - ໂຄງການພັດທະນາແຄມຂອງແຂວງຈຳປາສັກ ມີມູນຄ່າທັງໝົດ 65,6 ລ້ານໂດລາ ເປັນທຶນກູ້ຢືມ 53 ລ້ານກວ່າໂດລາ