ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.

  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. -                                                                                    -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.
  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - kitchen vibe -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.

 

ຈາກການຮຽນການສອນໃນວິຊາເຄມີ ເລື່ອງໄຂມັນ ແລະ ນຳ້ມັນ ກັບຄຳຖາມທີ່ວ່າ ນຳ້ມັນພືດກັບນຳ້ມັນສັດ ນຳ້ມັນຊະນິດໃດດີກ່ວາກັນ ? ຄຳຖາມຈາກນັກຮຽນຖືເປັນຈຸດເລີ່ມຕົ້ນແຫ່ງການຮຽນຮູ້ ແລະ ນຳໄປສູ່ການສ້າງອົງຄວາມຮູ້ ແລະ ເກີດເປັນອົງຄວາມຮູ້ຝັງແໜ້ນ ປູກຝັງໃຫ້ນັກຮຽນເກີດທັກສະຂະບວນການທາງວິທະຍາສາດ ແລະ ເປັນການສ້າງຄະຕິທີ່ດີຕໍ່ການຮຽນວິຊາວິທະຍາສາດ ເຊິ່ງເປັນພື້ນຖານຂອງການສ້າງນະວັດຕະກຳໃນອະນາຄົດ.

  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - Visit Laos Visit SALANA BOUTIQUE HOTEL -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.
  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - Visit Laos Visit SALANA BOUTIQUE HOTEL -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.

ນັກວິຊາການດ້ານໂພຊະນາການລະບຸວ່າ ນຳ້ມັນປະເພດໃດອັນຕະລາຍຕໍ່ສຸຂະພາບ ຂຶ້ນຢູ່ກັບຮູບແບບການນຳໄປໃຊ້ໃນການປຸງແຕ່ງອາຫານປະເພດຂົ້ວ ຫລື ຈືນ ຢູ່ອຸນຫະພູມ ຈຸດເກີດຄັວນ ຕ່າງກັນ ຫາກຍຶດຕາມຫລັກໂພຊະນາການບໍລິໂພກແບບພໍດີ ແລະ ຖືກປະເພດ ຈະປອດໄພ. ດັ່ງນັ້ນ, ຜູ້ບໍລິໂພກຈະຕ້ອງເປັນຜູ້ຕັດສິນ ແລະ ເລືອກສິ່ງທີ່ດີມີຄວາມປອດໄພເອງ. ນຳ້ມັນໝູມີຂໍ້ດີທີ່ຜະລິດໄດ້ງ່າຍກ່ວານຳ້ມັນພືດ ພຽງເອົານຳ້ມັນໝູແຊ່ແຂງມາຈືນກໍໄດ້ນຳ້ມັນໄວ້ໃຊ້ແລ້ວ ຕ່າງຈາກນຳ້ມັນພືດທີ່ຕ້ອງຜ່ານຂະບວນການຜະລິດທາງອຸດສາຫະກຳຫລາຍຂັ້ນຕອນ ເຮັດໃຫ້ຫລາຍຄົນເຊື່ອວ່າອາດເກີດການປົນເປື້ອນສານເຄມີ ຈຶ່ງສະຫລຸບວ່ານຳ້ມັນໝູມີຄວາມປອດໄພກ່ວາ. ນຳ້ມັນໝູຍັງມີຈຸດເກີດຄັວນສູງ ເມື່ອເອົາໄປປຸງແຕ່ງອາຫານຈືນ ເຊິ່ງໃຊ້ຄວາມຮ້ອນສູງຈຶ່ງບໍ່ກໍ່ໃຫ້ເກີດສານກໍ່ພະຍາດມະເຮັງ, ແຕ່ໃນຄວາມເປັນຈິງແລ້ວ ນຳ້ມັນໝູນັ້ນມີໄຂມັນຊະນິດບໍ່ດີ ຄື ຄໍເລສເຕີໂຣນ ແລະ ກົດໄຂມັນອີ່ມໂຕປະລິມານຫລາຍ ຫາກກິນເປັນປະຈຳຈະເພີ່ມຄວາມສ່ຽງໃນການເປັນພະຍາດຊຳ້ເຮື້ອຫລາຍຊະນິດ ທັງພະຍາດຫົວໃຈ, ໄຂມັນໃນເລືອດສູງ ແລະ ພະຍາດມະເຮັງ.

ນຳ້ມັນພືດມີກົດໄຂມັນບໍ່ອີ່ມໂຕຫລາຍ ປາສະຈາກໄຂມັນອັນຕະລາຍ, ແຕ່ບາງຊະນິດມີຈຸດເກີດຄັວນຕໍ່າ ຫາກເອົາໄປຈືນອາຫານຈະເຮັດໃຫ້ເກີດສານກໍ່ພະຍາດມະເຮັງ ທຳລາຍສຸຂະພາບໄດ້. ນອກຈາກນີ້, ນຳ້ມັນພືດຍັງມີຫລາຍຊະນິດໃຫ້ທ່ານເລືອກໃຊ້ ເຊັ່ນ : ນຳ້ມັນຖົ່ວເຫລືອງ, ນຳ້ມັນໝາກກອກ, ນຳ້ມັນປາມ, ນຳ້ມັນໝາກພ້າວ ແຕ່ລະຊະນິດມີຂໍ້ດີຂໍ້ເສຍຕ່າງກັນ ເຊັ່ນ : ນຳ້ມັນຖົ່ວເຫລືອງ ແລະ ນຳ້ມັນຮຳເຂົ້າ ມີກົດໄຂມັນບໍ່ອີ່ມໂຕຫລາຍຕຳແໜ່ງ, ໄຂມັນອີ່ມໂຕໜ້ອຍ ຈຶ່ງມີຄຸນສົມບັດຊ່ວຍຫລຸດໄຂມັນຮ້າຍຊະນິດແອລດີແອລ, ແຕ່ມີຂໍ້ເສຍຢູ່ໄຂມັນບໍ່ດີ ຊະນິດເອສດີແອລທີ່ຊ່ວຍນຳໄຂມັນສ່ວນເກີນໄປກຳຈັດຢູ່ຕັບ ມີຈຸດເກີດຄັວນຕໍ່າ ເໝາະສົມສຳລັບຂົ້ວໂດຍໃຊ້ໄຟອ່ອນໆ. ນຳ້ມັນໝາກກອກ ມີກົດໄຂມັນບໍ່ອີ່ມໂຕ 1 ຕຳແໜ່ງ, ໄຂມັນອີ່ມໂຕໜ້ອຍ ຈຶ່ງຊ່ວຍຫລຸດໄຂມັນຮ້າຍ ໂດຍບໍ່ຫລຸດໄຂມັນດີ ທັງມີອັດຕາສ່ວນຂອງກົດໄຂມັນໂອເມກ້າ ແລະ ໂອເມກ້າ 3 ໃນປະລິມານທີ່ເໝາະສົມເໜືອກ່ວານຳ້ມັນຊະນິດອື່ນ ຈຶ່ງຊ່ວຍໃຫ້ຮ່າງກາຍເກີດຄວາມດຸ່ນດ່ຽງ ເໝາະສຳລັບປຸງແຕ່ງອາຫານປະເພດຂົ້ວໄຟອ່ອນໆ ຫລື ເປັນສ່ວນປະສົມໃນນຳ້ຍຳສະຫລັດ ຈຶ່ງຈະໃຫ້ຄຸນຄ່າທາງໂພຊະນາການສູງ ຫາກໃຊ້ຜິດວິທີ ຂົ້ວໄຟແຮງ ຫລື ຈືນອາຫານ ອາດເຮັດໃຫ້ນຳ້ມັນດີກາຍເປັນນຳ້ມັນກໍ່ພະຍາດມະເຮັງໄດ້. ນຳ້ມັນປາມ ແລະ ນຳ້ມັນໝາກພ້າວ ມີກົດໄຂມັນອີ່ມໂຕຫລາຍຄ້າຍຄືນຳ້ມັນໝູ ຈຶ່ງມີຈຸດເກີດຄັວນສູງ ເມື່ອໃຊ້ຈືນອາຫານ ຈຶ່ງບໍ່ກໍ່ໃຫ້ເກີດສານກໍ່ພະຍາດມະເຮັງ.

ສະຫລຸບງ່າຍໆກໍຄື ທັງນຳ້ມັນພືດ ແລະ ນຳ້ມັນໝູ ລ້ວນແຕ່ເປັນໄຂມັນທີ່ບໍ່ຄວນກິນຫລາຍ ຖ້າຮັກສຸຂະພາບບໍ່ຄວນກິນອາຫານຈືນຢູ່ແລ້ວ ແລະ ບໍ່ຈຳເປັນຕ້ອງເອົານຳ້ມັນໝູໄປກິນກັບເຂົ້າ ຫລື ຂົ້ວໃສ່ຜັກກິນທຸກມື້, ແຕ່ສາມາດໃຊ້ນຳ້ມັນໝາກກອກກິນກັບເຂົ້າ, ເຮັດນຳ້ຍຳສະຫລັດ ຫລື ໃຊ້ນຳ້ມັນຮຳເຂົ້າຂົ້ວໃສ່ຜັກຈະເປັນປະໂຫຍດຕໍ່ສຸຂະພາບຫລາຍກ່ວາ ພຽງເທົ່ານີ້ທ່ານກໍສາມາດຮູ້ຈັກເລືອກທີ່ຈະບໍລິໂພກໄຂມັນ ແລະ ນຳ້ມັນໃນປະລິມານທີ່ເໝາະສົມກັນແລ້ວ.

  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - 5 -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.
  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - 3 -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.
  ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ. - 4 -   ນຳ້ມັນໝູກັບນຳ້ມັນພືດ ອັນໃດດີ ແລະ ປອດໄພກ່ວາກັນ.