ADB ຄາດຄະເນເສດຖະກິດຫວຽດນາມ ປີ 2022 ເຕີບໃຫຍ່ 6,5%

ວັນທີ 21 ກໍລະກົດ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລາຍງານການວິເຄາະທ່າອ່ຽງເສດຖະກິດໃນພາກພື້ນອາຊີ ປະຈຳປີ 2022 ສະບັບເພີ່ມຕື່ມ ເຊິ່ງເຜີຍແຜ່ໂດຍທະນາຄານພັດທະນາອາຊີ (ADB) ຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງຫວຽດນາມໃນປີ 2022 ຮັກສາໄວ້ໃນລະດັບ 6,5%.
ລາຍງານລະບຸວ່າ: ການຄ້າຂອງຫວຽດນາມຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະເຄິ່ງທຳອິດຂອງປີ 2022, ສ່ວນການເຄື່ອນຍ້າຍແຮງງານໃນປະເທດ, ຂະແໜງການຜະລິດ ແລະ ການບໍລິໂພກລ້ວນຟື້ນຕົວຢ່າງວ່ອງໄວ, ແຕ່ເສດຖະກິດຫວຽດນາມຍັງຜະເຊີນສາລະພັດຄວາມທ້າທາຍຈາກສະພາບຫລຸດຖອຍທາງເສດຖະກິດພາຍນອກ.
ADB ຄາດວ່າ: ອັດຕາເງິນເຟີ້ຂອງຫວຽດນາມໃນປີນີ້ ຈະຍັງຢູ່ລະດັບ 3,8%. ຂະນະທີ່ຂະແໜງການຜະລິດອາຫານຈະຍັງ “ພຽງພໍ” ເມື່ອຄວາມຕ້ອງການຈາກພາຍນອກໄດ້ຮັບການຕອບສະໜອງ.
ຕົວເລກຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນ (GDB) ແລະ ອັດຕາເງິນເຟີ້ຂອງຫວຽດນາມ ຍັງບໍ່ປ່ຽນແປງຈາກການຄາດຄະເນກ່ອນໜ້ານີ້ຂອງ ADB ເຊິ່ງມີຂຶ້ນໃນເດືອນເມສາ ໂດຍ ADB ຍັງປັບເພີ່ມຕົວເລກຄາດຄະເນການເຕີບໃຫຍ່ຂອງ GDP ພາກພື້ນອາຊີຕາເວັນອອກສຽງໃຕ້ ຂຶ້ນເລັກໜ້ອຍມາຢູ່ລະດັບ 5,0% ໃນປີ 2022.
ADB ກ່າວອີກວ່າ: ເຖິງວ່າຈະມີການຟື້ນຕົວຢ່າງແຂງແຮງ ເນື່ອງມາຈາກການຍົກເລີກຂໍ້ຈຳກັດດ້ານພະຍາດໂຄວິດ-19 ລວມທັງການເປີດຕະຫລາດ ແລະ ຊາຍແດນອີກ, ແຕ່ກຸ່ມປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ຍັງຜະເຊີນຄວາມທ້າທາຍຫລາຍປະການເຊັ່ນ: ລາຄານ້ຳມັນເພີ່ມຂຶ້ນ, ອັດຕາດອກເບ້ຍທົ່ວໂລກປັບສູງຂຶ້ນ ຕະຫລອດຈົນສະພາບຢຸດຊະງັກຂອງການຄ້າ ແລະ ອຸປະທານຢ່າງຕໍ່ເນື່ອງ.