ໂຣນັລໂດ້ ເດີນທາງກັບອັງກິດແລ້ວ ເພື່ອກຽມເຈລະຈາເລື່ອງອະນາຄົດ ກັບສະໂມສອນວ່າຈະຢູ່ຫລືໄປ

ຫລັງຈາກທີ່ຫາຍໂຕໄປຈາກໂປຣແກມ ປຣີຊີຊັນ ກັບ ແມນເຊັສເຕີ ຢູໄນເຕັດ ທຸກນັດໃນເດືອນກໍລະກົດ, ຫລ້າສຸດ ຄຣິສເຕຍໂນ້ ໂຣນັລໂດ້ ກອງຫນ້າຊຸບເປີສະຕາ ໄດ້ບິນກັບຄືນປະເທດອັງກິດເພື່ອປຶກສາຫາລືກ່ຽວກັບອະນາຄົດກັບສະໂມສອນວ່າຈະຢູ່ຫຼືໄປ.
ດາວເຕະອາຍຸ 37 ປີ ບໍ່ໄດ້ເຂົ້າຮ່ວມໂປຣແກມເຕະປຣີຊີຊັນກັບ “ຜີສາດແດງ” ໂດຍໃຫ້ເຫດຜົນເລື່ອງຄອບຄົວ ແລະ ຍັງບໍ່ໄດ້ລົມກັບ ເອຣິກ ເທນຮາກ ຜຸ້ຈັດການທີມຄົນໃຫມ່ເລີຍ ມີພຽງແຕ່ໂພສຮູບການອອກກຳລັງກາຍຜ່ານທາງສື່ອອນລາຍເທົ່ານັ້ນ ທ່າມກາງກະແສຂ່າວທີ່ວ່າເຂົາຈະຍ້າຍອອກຈາກທີມໃນລະດູຮ້ອນນີ້
ໂຣນັລໂດ້ ໄດ້ແຈ້ງຂໍ້ສິເໜີຂໍອອກຈາກທີມທັງທີ່ຍັງເຫລືອສັນຍາອີກ 1 ປີ, ໂດຍບອກກັບທາງຜູ້ບໍລິຫານວ່າຖ້າຫາກມີສະໂມສອນໃດທີ່ຕິດຕໍ່ຂໍຍື່ນຊື້ເຂົ້າມາດ້ວຍຂໍ້ສະເໜີທີ່ເໝາະສົມກໍ່ຂໍໃຫ້ຮັບພິຈາລະນາ. ແຕ່ທັງນັ້ນກໍ່ຍັງບໍ່ມີທີມໃດສະແດງຄວາມປາຖະໜາອັນແຮງກ້າທີ່ຈະສະເໜີມາຢ່າງຈິງຈັງ
ຂະນະທີ່ The Athletic ສຳນັກຂ່າວດັງ ລາຍງານວ່າ ກອງໜ້າທີມຊາດ ປອກຕຸຍການ ໄດ້ຂຶ້ນຍົນບິນກັບໄປອັງກິດ ເພື່ອລາຍງານຕົວກັບຕົ້ນສັງກັດ, ລວມທັງແຜນທີຈະລົມກັບ ເທນ ຮາກ ເພື່ອຮູ້ແຜນວຽກໃນລະດູການ 2022/23 ແລະ ຄ່ອຍຕັດສິນໃຈເລື່ອງອະນາຄົດກັນພາຍຫລັງຕໍ່ຈາກນີ້.