“ແອັສປາຍ-ເບຣຊິນ” ຢືນຢັນພົບ ຜູ້ເສຍຊີວິດຄົນທຳອິດຈາກ “ໝາກສຸກລີງ” ນອກທະວີບອາຟຣິກາ

ແອັສປາຍ ແລະ ເບຣຊິນ ຢືນຢັນພົບຜູ້ເສຍຊີວິດຄົນທຳອິດຈາກພະຍາດໝາກສຸກລີງ (Monkeypox) ເຊິ່ງຄາດວ່າເຊື່ອມໂຍງກັບການລະບາດທົ່ວໂລກໃນໄລຍະເດືອນພຶດສະພາ. ຖືເປັນການພົບຜູ້ເສຍຊີວິດນອກທະວີບອາຟຣິກາເປັນຄັ້ງທຳອິດ.
ຜູ້ເສຍຊີວິດຈາກພະຍາດໝາກສຸກລີງຄົນທຳອິດນອກທະວີບອາຟຣິກາທີ່ໄດ້ຮັບການລາຍງານເປັນຊາຍອາຍຸ 41 ປີໃນເບຣຊິນ ແລະ ຫລັງຈາກນັ້ນບໍ່ດົນ ແອັສປາຍກໍໄດ້ອອກມາເປີດເຜີຍວ່າພົບຜູ້ເສຍຊີວິດຈາກພະຍາດໝາກສຸກລີງຄົນທຳອິດໃນປະເທດເຊັ່ນດຽວກັນ.
ຈາກການເປີດເຜີຍຂອງກະຊວງສາທາລະນະສຸກເບຣຊິນ ຜູ້ເສຍຊີວິດຄົນດັ່ງກ່າວຢູ່ໃນນະຄອນເບໂລໂອຣີຊອນຊີ ເມືອງຫລວງຂອງລັດມີນັສເຊໄຣທາງຕາເວັນອອກສຽງໃຕ້ຂອງປະເທດ ເຊິ່ງບໍ່ສະບາຍເປັນພະຍາດມະເຮັງຕ່ອມນ້ຳເຫລືອງ ແລະ ມີລະບົບພູມຕ້ານທານອ່ອນແອ ເຮັດໃຫ້ສະພາບຮ່າງກາຍຂອງຄົນເຈັບບໍ່ມີສະພາບຊຸດລົງຫລັງຕິດເຊື້ອ.
ທັງນີ້, ເບຣຊິນມີຜູ້ຕິດເຊື້ອໝາກສຸກລີງທີ່ໄດ້ຮັບການຢືນຢັນແລ້ວ 1.066 ຄົນ ແລະ ຜູ້ທີ່ສົງໄສວ່າອາດຕິດເຊື້ອໄວຣັສ 513 ຄົນ ໂດຍໃນຈຳນວນນີ້ມີ 98% ເປັນຜູ້ຕິດເຊື້ອເພດຊາຍທີ່ມີເພດສຳພັນກັບເພດດຽວກັນ.
ຂະນະທີ່ແອັສປາຍ ເຊິ່ງປັດຈຸບັນມີຜູ້ຕິດເຊື້ອໃນປະເທດທີ່ໄດ້ຮັບການຢືນຢັນແລ້ວ 3.750 ຄົນ ໂດຍມີ 120 ຄົນ ຫລື ປະມານ 3,2% ປິ່ນປົວຢູ່ໂຮງໝໍ. ກະຊວງສາທາລະນະສຸກໄດ້ອອກມາຢືນຢັນວ່າ: ພົບຜູ້ເສຍຊີວິດແລ້ວ 1 ຄົນ ໂດຍບໍ່ມີການເປີດເຜີຍຂໍ້ມູນກ່ຽວກັບຜູ້ເສຍຊີວິດ.
ອ້າງອີງ: