ອາເຊນອລ ຖະຫລົ່ມ ເຊບີຢາ ຂາດລອຍ ຄວ້າແຊ໊ມ ເອມີເຣດ ຄັພ
July 30, 2022 - 10:01 PM

ອາເຊນອລ ສະແດງຜົນງານເກັ່ງ ຍິງຖະຫລົ່ມ ເຊບີຢາ ຂາດລອຍ 6-0 ຄວ້າແຊ໊ມ ເອມີເຣດ ຄັພ ກາບຣຽລ ເຊຊຸສ ຍິງແຮັດທຣິກ ທຳອິດໃຫ້ທີມ.
ການແຂ່ງຂັນບານເຕະນັດພິເສດນັດອຸ່ນເຄື່ອງກ່ອນເປີດລະດູການ ເອມີເຣສ ຄັພ 2022 ເມື່ອວັນທີ 30 ກໍລະກົດ ອາເຊນອລ ທີມຈາກອັງກິດ ໃນຖານະເຈົ້າພາບ ເປີດສະຫນາມເອມີເຣສ ປະທະ ເຊບີຢາ ຈາກສະເປນ.
ເກມນີ້ເປັນອາເຊນອລ ທີ່ສະແດງຜົນງານໂຫດຊະນະໄປຢ່າງຂາດລອຍ 6-0 ກາບຣຽລ ເຊຊຸສ ຍິງແຮັດທຣິກ ນາທີ 13, 15 ແລະ 77 ທີ່ເຫລືອໄດ້ຈາກ ບູຄາໂຢ ຊາກາ ນາທີທີ 10 (ຈຸດໂທດ) ແລະ 19, ເອັດດີ ເອັນເຄທຽນ ນາທີທີ 88.
ເຮັດໃຫ້ອາເຊນອລ ຄວ້າແຊ໊ມລາຍການນີ້ເປັນສະໄຫມທີ 6 ຈາກການຈັດມາແລ້ວ 11 ຄັ້ງ ໂດຍຫລັງຈາກນີ້ ອາເຊນອລ ກຽມລົງເຕະນັດທຳອິດພຣີເມຍລີກພົບກັບ ຄຣິສຕັລ ພາເລດ ວັນທີ 5 ສິງຫານີ້ ສ່ວນ ເຊບີຢາ ຈະເຕະເກມອຸ່ນເຄື່ອງພົບກັບ ເລສເຕີ ຊິຕີ 31 ກໍລະກົດ.