ເຟີກູສັນ ແນະນຳແມນຢູ ຕ້ອງຫາຄົນມາຊ່ວຍ ແຣສຟອດ ຍິງ




ເຊີ ອາເລັກ ເຟີກູສັນ ຕຳນານຜູ້ຈັດການທີມແມນຢູ ແນະນຳທີມເກ່ົາຕ້ອງຫາຄົນຊ່ວຍແບ່ງເບົາພາລະຂອງ ມາຄັສ ແຣສຟອດ ໃນການຍິງປະຕູ.
ເຊີ ອາເລັກ ເຟີກູສັນ ຕຳນານຜູ້ຈັດການທີມແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ອອກມາສະແດງຄວາມເຫັນວ່າ ແມນຢູ ຈຳເປັນຕ້ອງຫາຄົນມາຊ່ວຍແບ່ງເບົາພາລະຂອງ ມາຄັສ ແຣສຟອດ ດາວຍິງຕົວເກ່ັງຂອງທີມໃນການພັງປະຕູ ຫລັງລະດູການນີ້ດາວຍິງທີມຊາດອັງກິດ ຍິງໃຫ້ກັບຕົ້ນສັງກັດໄປແລ້ວເຖິງ 25 ປະຕູໃນທຸກລາຍການ ແລະ ຍິງ 6 ຈາກ 13 ປະຕູຫລ້າສຸດທີ່ທີມເຮັດໄດ້ ລວມເຖິງຍິງ 1 ປະຕູຊ່ວຍໃຫ້ທີມເອົາຊະນະ ນິວຄາສເຊິລ ຢູໄນເຕັດ 2-0 ໃນເກມຄາຣາບາວ ຄັບ ຮອບຊີງຊະນະເລີດ ເມື່ອວັນອາທິດທີ່ຜ່ານມາ.
ເຟີກູສັນ ອາຍຸ 81 ເຊິ່ງວາງມືຈາກການຄຸມທີມແມນຢູ ເມື່ອປີ 2013 ຫລັງຄຸມທີມໃນຖິ່ນໂອນ ແທຣັຟຟອດ ຍາວນານເຖິງ 27 ປີ ແລະ ພາທີມຄວ້າແຊ໊ມມາຄອງຢ່າງຫລວງຫລາຍ ກ່າວວ່າ : “ ລາວສຸດຍອດຫລາຍ ຍິງປະຕູໄດ້ສຽບຄົມສະເຫມີ ແລະ ມັກຈະຍິງບານໄດ້ພຸ່ງຕຳ່ ເຊິ່ງເປັນເລື່ອງທີ່ດີສຳລັບການເປັນກອງໜ້າ ລາວຢູ່ໃນໄລຍະທີ່ຜົນງານກຳລັງດີ ແຕ່ໜ້າເສຍດາຍທີ່ສຳລັບເຮົາແລ້ວ ລາວຄືຕົວຫລັກເກືອບຈະຄົນດຽວໃນການຍິງປະຕູ ຖ້າເຮົາມີຄົນຊ່ວຍລາວຍິງປະຕູໄດ້ຕໍ່ເນື່ອງມັນກໍໜ້າຈະດີ ແຕ່ຕອນນີ້ລາວພວມຍິງໄດ້ຢ່າງເປັນກອບເປັນກຳ ”.
ຂະນະດຽວກັນ ເຟີກູສັນ ຍັງຍ້ອງຍໍ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນປັດຈຸບັນທີ່ພາທີມສ້າງຜົນງານສຸດຍອດ ເຖິງຈະຫາກໍເຂົ້າມາຄຸມທີມເປັນປີທຳອິດ ໂດຍກ່າວວ່າ : “ ແມນເຊສເຕີ ຢູໄນເຕັດ ເປັນທີທີ່ຕ້ອງການຄວາມສຳເລັດ ແລະ ລາວກໍພວມພາທີມເດີນໄປໃນທິດທາງທີ່ຖືກຕ້ອງ ລາວເສີມທີມໄດ້ດີຫລາຍ ເຊິ່ງຂ້ອຍເບິ່ງວ່າມັນເປັນເລື່ອງສຳຄັນ ແລະ ລາວກໍເຮັດໜ້າທີ່ໄດ້ຢ່າງສຸດຍອດ ກັບສະໂມສອນທີ່ໃຫຍ່ຫລາຍ ສຳລັບລາວ ເມື່ອເຈົ້າຍ້າຍມາຄຸມແມນຢູ ເຈົ້າຍ່ອມຕ້ອງການທີ່ຈະເລີ່ມຕົ້ນໃຫ້ດີໃນທັນທີ ເຊິ່ງລາວກໍເຮັດໄດ້ດີຫລາຍ ”.