6 ເດືອນຕົ້ນປີ 2022 ອັດຕະປືຢຶດໄມ້ຜິດກົດໝາຍໄດ້ 1.350 ກວ່າແມັດກ້ອນ ກວດພົບຜູ້ກະທຳຜິດ 38 ຄົນ
August 1, 2022 - 11:12 AM

ຫົວໜ້າກອງກວດກາປ່າໄມ້ ແຂວງອັດຕະປື ລາຍງານຕໍ່ກອງປະຊຸມວຽກງານປ່າໄມ້ ເມື່ອວັນທີ 29 ກໍລະກົດນີ້ວ່າ:
ຜ່ານມາ, ເຈົ້າໜ້າທີ່ກອງກວດກາປ່າໄມ້ຂອງຕົນ ໄດ້ລົງກວດກາລາດຕະເວນຢູ່ເຂດຫລໍ່ແຫລມທີ່ການລັກລອບຂຸດຄົ້ນ ແລະ ຊື້ຂາຍໄມ້ທີ່ຜິດກົດຫມາຍຈຳນວນ 638 ເທື່ອ ໄດ້ກວດ ພົບເຫັນການກະທໍາຜິດ 39 ກໍລະນີ ພ້ອມສາມາດຢຶດໄມ້ຈາກຜູ້ກະທຳຜິດໄດ້ຫລາຍກ່ວາ 70.600 ຕັບ, ເທົາກັບ 1.350 ກວ່າແມັດກ້ອນ, ຢຶດລົດທີ່ໃຊ້ເຂົ້າໃນການກະທຳຜິດດັ່ງກ່າວໄດ້ 12 ຄັນ ແລະ ເຄື່ອງມືຕັດໄມ້ອີກ 16 ເຄື່ອງ.
ຂະນະດຽວກັນກໍໄດ້ເຄື່ອນໄຫວກວດກາການລັກລອບຊື້ຂາຍສັດນໍ້າ-ສັດປ່າ ປະເພດຫວງຫ້າມຕາມຕະຫລາດເທສະບານແຂວງ ແລະ 5 ເມືອງຢູ່ເຂດ ຫລໍ່ແຫລມຕ່າງໆໄດ້ຈຳນວນຫນຶ່ງ, ພ້ອມທັງນຳເອົາຜູ້ກະທຳຜິດມາສຶກສາອົບຮົມ ແລະ ຕັກເຕືອນບໍ່ໃຫ້ນໍາເອົາສັດປ່າ ຫລື ຊິ້ນສ່ວນສັດປ່າມາຂາຍຕໍ່ອີກ.