ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້

ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ -                                                                    - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້
ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - kitchen vibe - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້

ບົວລະພານອກຈາກຈະມີກິ່ນຫອມແລ້ວຍັງມີຄຸນປະໂຫຍດຕໍ່ສຸຂະພາບຊ່ວຍໃຫ້ຂັບລົມ ແລະ ຊ່ວຍໃຫ້ຈະເລີນອາຫານ ແລະ ຍັງມີສັບພະຄຸນອື່ນໆອີກ

ຄຸນປະໂຫຍດທາງຢາຂອງບົວລະພາທີ່ໜ້າສົນໃຈ

ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - Visit Laos Visit SALANA BOUTIQUE HOTEL - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້
ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - Visit Laos Visit SALANA BOUTIQUE HOTEL - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້

ນອກຈາກບົວລະພາຈະມີກິ່ນຫອມ ຊ່ວຍໃຫ້ອາຫານເປັນຕາກິນແລ້ວ ຍັງມີຄຸນປະໂຫຍດທາງຢາດັ່ງລຸ່ມນີ້

  1. ແກ້ອາການເຈັບແຂ້ວ

ນ້ຳມັນຫອມລະເຫີຍຈາກໃບບົວລະພາມີສ່ວນຊ່ວຍຫລຸດອາການແກ້ປວດ ແລະ ແກ້ອັກເສບ ໂດຍໃຫ້ຄັ້ນນ້ຳຈາກໃບແລ້ວເອົາສຳລີກ້ອນນ້ອຍໆຈຸ່ມນ້ຳຄັ້ນຈາກໃບແລ້ວອັດໃສ່ໂພ້ງແຂ້ວທີ່ປວດ

  1. ຊ່ວຍໃຫ້ຈະເລີນອາຫານ

ກິ່ນຫອມຈາກນ້ຳມັນຫອມລະເຫີຍໃນໃບບົວລະພາມີສັບພະຄຸນຊ່ວຍຂັບລົມເຮັດໃຫ້ຈະເລີນອາຫານ

  1. ແກ້ປວດຫົວ ແກ້ຫວັດ

ນ້ຳມັນຫອມລະເຫີຍໃນໃບບົວລະພາຍັງແກ້ອາການປວດຫົວ ແລະ ແກ້ຫວັດໄດ້ດີ ໂດຍໃຊ້ຍອດອ່ອນຕົ້ມໃສ່ນ້ຳດື່ມເປັນຊາ ຫລື ກິ່ນຜັກສົດ

  1. ແກ້ໄອ

ຄັ້ນນ້ຳຈາກໃບບົວລະພາປະມານ 2-4 ກຣາມ ແລ້ວນຳນ້ຳບົວລະພາປະສົມກັບນ້ຳເຜິ້ງເລັກນ້ອຍ ດື່ມແກ້ໄອ ແລະ ຫລອດລົມອັກເສບໄດ້ ຫລື ຈະໃຊ້ໃບບົວລະພາຮ່ວມກັບຂີງກໍໄດ້

  1. ຊ່ວຍຍ່ອຍອາຫານແກ້ທ້ອງອືດ

ບົວລະພາຊ່ວຍຂັບລົມໃນລຳໄສ້ ແກ້ອາການທ້ອງອືດ, ປຸ້ນທ້ອງ, ປວດຮາກ ໂດຍນຳເອົາໃບບົວລະພາລ້າງນ້ຳໃຫ້ສະອາດ 20 ໃບ ແລ້ວຊົງໃສ່ນ້ຳຮ້ອນຈິບເປັນຊາ

  1. ແກ້ອາການທ້ອງບິດ ຊ່ວຍລະບາຍ

ແກ່ນຂອງບົວລະພາມີນ້ຳເມືອກທີ່ຊ່ວຍຫລໍ່ລື່ນລຳໄສ້ ຊ່ວຍເພີ່ມປະລິມານກາກໃຍອາຫານເຮັດໃຫ້ຂັບຖ່າຍໄດ້ງ່າຍຂຶ້ນ ໂດຍການໃຊ້ແກ່ນບົວລະພາແຊ່ນ້ຳ ກິນແກ້ອາການທ້ອງບິດຊ່ວຍໃຫ້ລະບາຍ

  1. ຊ່ວຍໃຫ້ຄວາມຮູ້ສຶກສະຫງົບ

ນ້ຳມັນບົວລະພາມີກິ່ນຫອມຫວານ ມີຄຸນສົມບັດຊ່ວຍໃຫ້ເກີດຄວາມຮູ້ສຶກສະຫງົບເມື່ອສູດດົມ ຊ່ວຍໃຫ້ມີສະມາທິ ແລະ ຫລົບອາການຊຶມເສົ້າ

  1. ບົວລະພາສາມາດໄລ່ຍຸງໄດ້

ຍຸງຈັດຢູ່ໃນປະເພດເປັນໂຕນຳເຊື້ອພະຍາດອັນຕະລາຍເຊັ່ນ: ໄຂ້ເລືອດອອກ ແລະ ຍັງເຮັດໃຫ້ເກີດອາການຄັນເມື່ອຖືກຍຸງກັດ ແຕ່ຖ້າຫາກຜູ້ໃດຢາກໄລ່ຍຸງ ກິ່ນ ແລະ ນ້ຳມັນທີ່ຢູ່ໃນໃບບົວລະພາສາມາດຊ່ວຍໄລ່ຍຸງໄດ້

  1. ຂ້າເຊື້ອສິວ

ສານສະກັດເອທານວນຂອງໃບບົວລະພາມີສານຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອແບັດທີເຣຍທີ່ເປັນສາເຫດຂອງການເກີດສິວໄດ້ດີທີ່ສຸດ

 

ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - 5 - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້
ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - 3 - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້
ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້ - 4 - ສັບພະຄຸນຂອງບົວລະພາຊ່ວຍແກ້ອາການທ້ອງອືດ ແລະ ຊ່ວຍອາການຄາຍຄຽດໄດ້