ອີຣານຜະເຊີນນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນ ເສຍຊີວິດຢ່າງໜ້ອຍ 69 ຄົນ

ອົງການແກ້ໄຂເຫດວິກິດຂອງອີຣານເປີດເຜີຍໃນວັນທີ 31 ກໍລະກົດ ວ່າມີຜູ້ເສຍຊີວິດຢ່າງໜ້ອຍ 69 ຄົນຈາກເຫດນ້ຳຖ້ວມກະທັນຫັນ ແລະ ດິນເຈື່ອນໃນຫລາຍເມືອງຂອງປະເທດ. ຂະນະທີ່ຈຳນວນຜູ້ສູນຫາຍມີຢ່າງໜ້ອຍ 45 ຄົນ ແລະ ມີເຮືອນຢ່າງໜ້ອຍ 20.000 ຫລັງເປ່ເພເສຍຫາຍ.
ເຫດໄພພິບັດທາງທຳມະຊາດນີ້ເກີດຂຶ້ນໃນ 20 ກວ່າແຂວງ ລວມທັງນະຄອນຫລວງເຕຫະຣານ ເຊິ່ງເປັນເມືອງຫລວງຂອງປະເທດ ຫລັງເກີດຝົນຕົກໜັກໃນຫລາຍພື້ນທີ່ ໂດຍທາງການຕ້ອງເລັ່ງປິດສະໜາມບິນ ແລະ ທາງຫລວງຫລາຍແຫ່ງ. ຂະນະທີ່ປະຊາຊົນຫລາຍພັນຄົນຕ້ອງອົບພະຍົບອອກຈາກເຮືອນຂອງຕົນເອງ.
ທ່ານ ອິບຣາຮິມ ໄຣຊີ ປະທານາທິບໍດີອີຣານ ໄດ້ສັ່ງໃຫ້ລັດຖະມົນຕີ ແລະ ເຈົ້າແຂວງກຽມກຳນົດມາດຕະການຈະຊ່ວຍບັນເທົາຄວາມເສຍຫາຍທີ່ເກີດຈາກນ້ຳຖ້ວມ ໂດຍປັດຈຸບັນລັດຖະບານໄດ້ສົ່ງທີມກູ້ໄພ ແລະ ທີມຊ່ວຍເຫລືອລົງພື້ນທີ່ 661 ແຫ່ງໃນ 24 ແຂວງແລ້ວ ໂດຍຄາດວ່າຈຳນວນຜູ້ເສຍຊີວິດອາດມີເພີ່ມຂຶ້ນອີກ. ຂະນະທີ່ອົງການອຸຕຸນິຍົມວິທະຍາອີຣານເຕືອນວ່າ: ຝົນຈະຍັງຕົກໜັກໃນຫລາຍແຂວງວັນທີ 1 ສິງຫາ.
ຫລາຍພື້ນທີ່ຂອງອີຣານຜະເຊີນເຫດນ້ຳຖ້ວມ ແລະ ດິນເຈື່ອນຮຸນແຮງມາເປັນເວລາກວ່າ 2 ອາທິດແລ້ວ ລວມທັງທາງຕອນໃຕ້ຂອງປະເທດ ໂດຍແຂວງຟາສ ເຊິ່ງຢູ່ທາງຕອນໃຕ້ນັ້ນພົບບັນຫານ້ຳຖ້ວມໜັກ ເນື່ອງຈາກນ້ຳໃນເຂື່ອນຂອງແມ່ນ້ຳຣ໊ອດບັລລົ້ນອອກມາ.
ນັກວິທະຍາສາດກ່າວວ່າ: ບັນຫາສະພາບໂລກປັ່ນປ່ວນເປັນສາເຫດຫລັກທີ່ກໍ່ໃຫ້ເກີດເຫດການນ້ຳຖ້ວມກະທັນຫັນ ເນື່ອງຈາກອາກາດຮ້ອນອົບເອົ້າໄດ້ເຮັດໃຫ້ນ້ຳລະເຫີຍເພີ່ມຂຶ້ນ ສົ່ງຜົນໃຫ້ເກີດຄວາມແຫ້ງແລ້ງ. ນອກຈາກນີ້ ອາກາດທີ່ອຸ່ນຂຶ້ນຍັງສາມາດກັກເກັບອາຍນ້ຳໄດ້ຫລາຍກວ່າ ແລະ ກໍ່ໃຫ້ເກີດຝົນຕົກໜັກຕາມມາ.
ອ້າງອີງ: