ແຮງງານລາວທີ່ກັບຈາກຕ່າງປະເທດ ໄດ້ເຂົ້າເຖິງການເຮັດວຽກແລ້ວ ກວ່າ 7.000 ຄົນ

ອົງການສະຫະປະຊາຊາດກອງທຶນສໍາລັບປະຊາ ກອນ(UNFPA), UN-HABITAT ແລະ ອົງການສາ ກົນເພື່ອການອົບພະຍົບ (IOM) ໄດ້ຈັດຕັ້ງປະຕິບັດໂຄງການປົກປ້ອງ ແລະ ບໍລິການຜູ້ຕັ້ງພູມລຳເນົາໃໝ່, ຜູ້ອົບພະຍົບ ແລະ ໄວໜຸ່ມຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ເພື່ອຕອບໂຕ້ພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປີ 2021.
ທ່ານ ວຽງສະໄໝ ໄກສະຫວັດດີ ຫົວໜ້າສູນຈໍາກັດບໍລິເວນຫລັກ 21 ແຂວງຈໍາປາສັກ ກ່າວວ່າ:ອົງການ ຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານໄດ້ສະໜັບສະໜູນຜູ້ອົບພະຍົບ(ແຮງງານລາວທີ່ກັບຈາກຕ່າງປະ ເທດ) ຫລາຍກວ່າ 7.000 ຄົນ, ຍິງ 3.721 ຄົນ ແລະ ສະມາຊິກຊຸມຊົນ 15.000 ຄົນ ຢູ່ແຂວງຈໍາປາສັກ ແລະ ສະຫວັນນະເຂດ ໂດຍການສະໜອງຂໍ້ມູນການເຄື່ອນຍ້າຍທີ່ປອດໄພ, ການພັດທະນາທັກສະ ແລະ ການສະໜັບສະໜູນການຈ້າງງານ.
ນອກນີ້, ບັນດາຜູ້ອອກແຮງງານຍັງໄດ້ຮັບຂໍ້ມູນການເຄື່ອນຍ້າຍຢ່າງປອດໄພ ທາງໂທລະໂຄ່ງພາຍໃນສູນຈໍາກັດບໍລິເວນ ເພື່ອສາມາດເຂົ້າໃຈການເຮັດວຽກຢູ່ຕ່າງປະເທດຫລາຍຂຶ້ນ ທັງຫລີກເວັ້ນຄວາມສ່ຽງຈາກການຄ້າມະນຸດ ແລະ ການຂູດຮີດແຮງງານ.
ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ເປັນອົງການສະຫະປະຊາຊາດເຮັດວຽກໃນຂົງ ເຂດການເຄື່ອນຍ້າຍຖິ່ນຖານ ທັງເຮັດວຽກຢ່າງໃກ້ຊິດຮ່ວມກັບພາກສ່ວນກ່ຽວຂ້ອງຄືຄົນອົບພະຍົບ ແລະ ບັນດາປະເທດພາຄີເພື່ອຊຸກຍູ້ການເຄື່ອນຍ້າຍທີ່ມີມະນຸດສະທຳ, ປອດໄພ, ເປັນລະບຽບຮຽບຮ້ອຍທັງສະ ໜອງການບໍລິການ ແລະ ຄໍາແນະນໍາໃຫ້ລັດຖະບານ ແລະ ຜູ້ອົບພະຍົບຈາກທັດສະນະແບບລວມສູນ ລວມທັງການເຊື່ອມຕໍ່ກັບການພັດທະນາເພື່ອເພີ່ມຜົນປະໂຫຍດແລະໂອກາດການເຄື່ອນຍ້າຍແຮງງານ.