ຊໍາຊຸງ ເຂົ້າພົບ ລັດຖະບານລາວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບທຸລະກິດຂອງຕົນ ແລະ ສະໜັບສະໜູນ ການສະເໜີ ເມືອງປູຊານ ໃນການເປັນເຈົ້າພາບງານ World Expo ປີ 2030.
August 4, 2022 - 5:42 PM
ໃນການປະຊຸມຮ່ວມກັບພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ຫ້ອງການ ກະຊວງການຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 29 ກໍລະກົດ, ບໍລິສັດຊໍາຊຸງໄດ້ແນະນຳກິດຈະກຳທາງທຸລະກິດ ພ້ອມກັບນະວັດຕະກຳຕ່າງໆ ແລະ ຄວາມພະຍາຍາມໃນການຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກລາວອີງໃສ່ກຸ່ມຜະລິດຕະພັນທີ່ຫຼາກຫຼາຍ. ພ້ອມກັນນັ້ນ, ຍັງໄດ້ອະທິບາຍຂໍ້ດີຂອງເມືອງປູຊານໃນຖານະເມືອງເຈົ້າພາບໃນການຈັດງານ World Expo 2030 ອີກດ້ວຍ.
ທ່ານ ຊັງໂຮ ໂຈ, ປະທານ ແລະ ເຈົ້າໜ້າທີ່ບໍລິຫານຂອງບໍລິສັດຊໍາຊຸງສາຂາອາຊີຕາເວັນອອກສຽງໃຕ້ແລະ ໂອຊີອານີ ຍັງໄດ້ອະທິບາຍກ່ຽວກັບຕົວຢ່າງນະວັດຕະກຳທີ່ໂດດເດັ່ນຂອງຊໍາຊຸງ ແລະ ກິດຈະກຳຊ່ວຍເຫຼືອສັງຄົມໃນທົ່ວໂລກ, ນອກຈາກນີ້ ຊໍາຊຸງຍັງຢາກເປັນຍີ່ຫໍ້ທີ່ຜູ້ບໍລິໂພກລາວເລືອກນຳໃຊ້ຫຼາຍທີ່ສຸດ.