ແມນຢູ ມີແວວຂາດ ມາຊິຢາລ ໂຣນັລໂດ້ ອາດໄດ້ໂອກາດລົງແທນ ໃນນັດເປີດສະໜາມ

ສະຖານະການພາຍໃນທີມ ແມນເຊັສເຕີ ຢູໄນເຕັດ ມີເລື່ອງໃຫ້ກັງວົນເພີ່ມຫລັງ ອອງໂຕນີ່ ມາຊີຢາລ ກອງໜ້າຊາວຝຣັ່ງ ມີອາການບາດເຈັບລົບກວນ ແລະ ອາດຈະພາດເກມເປີດລະດູການໃຫມ່ 2022/23 ພົບກັບ ໄບຕັນ ໃນວັນອາທິດນີ້. ເຊິ່ງຫາກບໍ່ສາມາດລົງສະໜາມໄດ້, ຄຣິສເຕຍໂນ້ ໂຣນັລໂດ້ ອາດຈະຕ້ອງລົງສະໜາມແທນ.
ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ, ມາຊີຢາລ ເຊິ່ງເຮັດຜົນງານໄດ້ດີໃນຊ່ວງເຕະອຸ່ນເຄື່ອງທີ່ຜ່ານມາ. ໃນບົດບາດສູນໜ້າຕົວເປົ້າ ນອກຈາກນີ້ຍັງມີການບາດເຈັບທີ່ກ້າມເນື່ອໂຄນຂາດ້ານຫລັງໃນລະຫວ່າງເກມອຸ່ນເຄື່ອງກັບ ແອດມາດຣິດ ໃນວັນເສົາແລ້ວ. ຈົນເຮັດໃຫ້ຕ້ອງປ່ຽນ ຄຣິສຕຽນ ເອຣິກເຊນ ລົງສະໜາມແທນໃນນາທີ 68
ຖ້າ ມາຊີຢາລ ບໍ່ສາມາດລົງສະໜາມໄດ້, ຜູ້ຈັດການ ເອຣິກ ເທນຮາກ ອາດຈະຕ້ອງເລືອກໃຊ້ນັກເຕະຄົນອື່ນແທນ. ເຊິ່ງຄົນທີ່ຖືກຈັບຕາເບິ່ງຫລາຍທີ່ສຸດແມ່ນ ໂຣນັລໂດ້ ກອງໜ້າເບີໜຶ່ງທີ່ຍັງຢູ່ໃນຂັ້ນຕອນການກຽມຟິດ ແລະ ມີທັດສະນະຄະຕິທີ່ຊັດເຈນຕ້ອງການທີ່ຈະຍ້າຍອອກໄປຈາກທີມ, ເຊິ່ງນອກຈາກຈະມາລາຍງານຕົວຝຶກຊ້ອມຊ້າກວ່າຄົນອື່ນເປັນເວລາຫນຶ່ງເດືອນ ໃນເກມອຸ່ນເຄື່ອງກັບ ຣາໂຍ ບາເຢກາໂນ, ຍັງອອກຈາກສະໜາມກ່ອນຈະຈົບເກມ. ເຊິ່ງຄູຝຶກຊາວໂຮນລັງຢືນຢັນວ່າມັນເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້.
ຢ່າງໃດກໍຕາມ, ທາງເລືອກໜຶ່ງແມ່ນການຍ້າຍ ມາຄັສ ແຣສຟອດ ເຊິ່ງເປັນກອງໜ້າທີ່ມີແບບຄ້າຍຄືກັບ ມາຊີຢາລ. ແລະ ໃນອະດີດເຄີຍເປັນສູນອາຊີບມາກ່ອນທີ່ປ່ຽນມາຢືນຢູ່ຕົວບຸກແຄມເສັ້ນ. ແລະ ເປັນໄປໄດ້ ທີ່ອາດຈະໃຊ້ລະບົບ ‘False Nine’, ຍ້າຍ ບຣູໂນ້ ຂຶ້ນມາສ້າງເກມຍຸກແທນ.
ທີ່ມາ: THE STANDARD