Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ

Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ - 2022 08 01T010022Z 1809726800 RC2HLV92ACD2 RTRMADP 3 CHINA USA TECH ROBOTAXI - Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ
Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ - kitchen vibe - Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ

Baidu ບໍລິສັດຍັກໃຫຍ່ດ້ານເສິຣ໌ເອນຈິ້ນຂອງຈີນ ກ່າວໃນວັນທີ 8 ສິງຫາຜ່ານມາວ່າ: ທາງບໍລິສັດໄດ້ຮັບໃບອະນຸຍາດໃຫ້ດຳເນີນການບໍລິການຕັກຊີບໍ່ມີຄົນຂັບເຕັມຮູບແບບ ເທິງຖະໜົນຂອງ 2 ເມືອງແລ້ວ ເຊິ່ງຖືວ່າເປັນຜູ້ໃຫ້ບໍລິການຍານພາຫະນະຂັບເຄື່ອນອັດຕະໂນມັດໂດຍສົມບູນແຫ່ງທຳອິດໃນຈີນ.

ວັນທີ 9 ສິງຫາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ໃບອະນຸຍາດດັ່ງກ່າວ ເຊິ່ງອອກໂດຍເມືອງສົງຊິ່ງ ທາງຕາເວັນຕົກສຽງໃຕ້ຂອງຈີນ ແລະ ເມືອງອູ່ຮັ່ນ ທາງຕອນກາງຂອງປະເທດ ຈະອະນຸຍາດໃຫ້ຕັກຊີບໍ່ມີຄົນຂັບທາງການຄ້າໃຫ້ບໍລິການຕໍ່ສາທາລະນະ ໂດຍບໍ່ຕ້ອງມີຄົນຂັບສຳຮອງຢູ່ໃນລົດ ແລະ ມີຜົນບັງຄັບໃຊ້ໃນວັນທີ 8 ສິງຫາຜ່ານມາ ໂດຍ Baidu ກ່າວວ່າ: ສິ່ງນີ້ຄື “ຈຸດປ່ຽນ” ໃນການກຳນົດນະໂຍບາຍຕໍ່ການຂັບຂີ່ອັດຕະໂນມັດຂອງຈີນ.

Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ - Visit Laos Visit SALANA BOUTIQUE HOTEL - Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ

“ໃບອະນຸຍາດເຫລົ່ານີ້ ມີຄວາມສຳຄັນຢ່າງຍິ່ງຕໍ່ອຸດສາຫະກຳ” ຫົວໜ້າຝ່າຍປະຕິບັດງານດ້ານຄວາມປອດໄພຂອງກຸ່ມການຂັບຂີ່ອັດສະລິຍະຂອງ Baidu ກ່າວກັບຣອຍເຕີໃນການສຳພາດ “ຖ້າເຮົາຄິດເຖິງການສຳຫລວດອະວະກາດ ໄລຍະເວລານີ້ຄືກັບການຢຽບດວງຈັນ”.

ໃນໄລຍະທຳອິດ Baidu ຈະປ່ອຍຕັກຊີບໍ່ມີຄົນຂັບແບບມີຄ່າທຳນຽມຈຳນວນ 5 ຄັນ ໃນ 2 ເມືອງດັ່ງກ່າວ ລວມເປັນທັງໝົດ 10 ຄັນ ເຊິ່ງພວກເຂົາຈະໄດ້ຮັບອະນຸຍາດໃຫ້ບໍລິການໃນພື້ນທີ່ທີ່ກຳນົດນັບແຕ່ເວລາ 09:00-17:00 ໂມງ ໃນເມືອງອູ່ຮັ່ນ ແລະ ນັບແຕ່ເວລາ 09:30-16:30 ໂມງ ໃນນະຄອນສົງຊິ່ງ ຕາມທີ່ບໍລິສັດກ່າວໃນຖະແຫລງການ.

ຕັກຊີບໍ່ມີຄົນຂັບຈະໃຫ້ບໍລິການໃນພື້ນທີ່ຄວບຄຸມປະມານ 30 ຕາແມັດ ໃນເຂດຢົງຊວນຂອງນະຄອນສົງຊິ່ງ ແລະ ໃນພື້ນທີ່ປະມານ 13 ຕາແມັດ ໃນເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີຂອງເມືອງອູ່ຮັ່ນ.

ນອກຈາກນີ້, ຫົວໜ້າຝ່າຍປະຕິບັດງານດ້ານຄວາມປອດໄພ ຍັງກ່າວວ່າ: Baidu ຍັງຢູ່ລະຫວ່າງການເຈລະຈາກັບລັດຖະບານທ້ອງຖິ່ນໃນນະຄອນຫລວງປັກກິ່ງ, ນະຄອນຊຽງໄຮ້ ແລະ ເມືອງເຊິນເຈິ້ນ ເພື່ອຂໍໃບອະນຸຍາດພາຍໃນ 1 ປີ ສຳລັບການທົດລອງຕັກຊີບໍ່ມີຄົນຂັບຢ່າງເຕັມຮູບແບບ ແລະ ບໍ່ຄິດຄ່າໂດຍສານໃນເມືອງເຫລົ່ານັ້ນ.

Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ - 3 - Baidu ຮັບໃບອະນຸຍາດຕັກຊີບໍ່ມີຄົນຂັບ ແຫ່ງທຳອິດຂອງຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!