ກອງປະຊຸມລັດຖະບານ ປະຈໍາເດືອນ ສິງຫາ ແລະ ທິດທາງວຽກງານຈຸດສຸມເດືອນກັນຍາ ພິຈາລະນາ 5 ບັນຫາ


ວັນທີ 24 ສິງຫາ 2022 ໄຂກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ຄັ້ງນີ້ ສະມາຊິກລັດຖະບານ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ 5 ບັນຫາ ທີ່ສໍາຄັນ ຄື:
1. ສະຫລຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນ ກັນຍາ 2022 ຂອງລັດຖະບານ;
2. ພິຈາລະນາປັບປຸງ ແຜນ ການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025);
3. ພິຈາລະນາອະ ນຸມັດຮັບຮອງເອົາ ໂຄງການບູລິມະສິດ ເຂົ້າແຜນການລົງທຶນຂອງລັດຖະບານທີ່ຈະໄດ້ຮັບທຶນຈາກທະນາ ຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024;
4. ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ໄດ້ກຳນົດໃນຕາຕະລາງ ທີ່ເປັນເອກະສານຊ້ອນທ້າຍຂອງ ມະຕິ ສະບັບເລກທີ 07/ລບ, ລົງວັນທີ 04 ຕຸລາ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.
5. ບົດລາຍງານ ກ່ຽວກັບການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ.
ໂອກາດກ່າວເປີດກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.