ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ

- image - ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ
- kitchen vibe - ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ

ລັດຖະບານອິນໂດເນເຊຍກຳລັງພິຈາລະນາຫລາຍຫົນທາງ ລວມທັງ “ການຊື້ນ້ຳມັນຈາກຣັດເຊຍ” ເພື່ອບັນເທົາຄວາມເຄັ່ງຕຶງຂອງສະຖານະການທາງເສດຖະກິດໃນປະເທດ.

ວັນທີ 12 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງາຍໂດຍອ້າງຈາກລາຍງານຂອງ ເດິ ໄຟແນນຊຽວ ທາມ ເຊິ່ງສຳພາດພິເສດປະທານາທິບໍດີ ດີໂຈໂຄ ວິໂດໂດ ຜູ້ນຳອິນໂດເນເຊຍວ່າ: ລັດຖະບານຈາກາຕາຍັງພິຈາລະນາທຸກແນວທາງທີ່ເປັນໄປໄດ້ ແລະ ສົມເຫດສົມຜົນ ໃນການຈັດຫາເຊື້ອໄຟຈາກພາຍນອກ ເພື່ອບັນເທົາແຮງສຽດທານຈາກວິກິດລາຄາເຊື້ອໄຟໃນອິນໂດເນເຊຍ.

ທັງນີ້, ໜຶ່ງໃນຫົນທາງທີ່ລັດຖະບານກຳລັງພິຈາລະນາ ລວມທັງການຊື້ນ້ຳມັນຈາກຣັດເຊຍ, ຈີນ ແລະ ອິນເດຍ. ມີລາຍງານໃນເດືອນສິງຫາຜ່ານມາວ່າ: ຣັດເຊຍສະເໜີຂາຍນ້ຳມັນໃຫ້ອິນໂດເນເຊຍໃນລາຄາຖືກກວ່າຕະຫລາດໂລກປະມານ 30%. ຂະນະທີ່ ບໍລິສັດເປິຕາມິນາ ລັດວິສາຫະກິດດ້ານພະລັງງານຂອງອິນໂດເນເຊຍ ກ່າວເຖິງເລື່ອງນີ້ວ່າ: ກຳລັງປະເມີນ “ຄວາມສ່ຽງ” ຂອງການຊື້ນ້ຳມັນຈາກຣັດເຊຍ ເນື່ອງຈາກອາດເຮັດໃຫ້ລັດຖະບານຈາກາຕາຜະເຊີນມາດຕະການຂວ້ຳບາດຂອງອາເມລິກາ.

ອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ສຸດໃນອາຊີຕາເວັນອອກສຽງໃຕ້, ມີອັດຕາເງິນເຟີ້ທົ່ວໄປ 4,69% ໃນເດືອນສິງຫາຜ່ານມາ ສູງກວ່າເປົ້າໝາຍຂັ້ນຕໍ່າຂອງທະນາຄານກາງຫລາຍກວ່າສອງເທົ່າ. ຍິ່ງໄປກວ່ານັ້ນ ການທີ່ລັດຖະບານຕັດສິນໃຈຢຸດອຸດໜູນລາຄາເຊື້ອໄຟໃນເດືອນນີ້ ສົ່ງຜົນໃຫ້ລາຄາຂາຍຍ່ອຍນ້ຳມັນແອັດຊັງ ແລະ ນ້ຳມັນກາຊວນໃນປະເທດແພງຂຶ້ນ 30% ແລະ ເກີດການປະທ້ວງຢ່າງຕໍ່ເນື່ອງຈົນຮອດປັດຈຸບັນ.

- 5 - ອິນໂດເນເຊຍເລັ່ງຊື້ນ້ຳມັນຈາກຣັດເຊຍ ບັນເທົາບັນຫາຄ່າຄອງຊີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!