ປະຕິບັດນະໂຍບາຍ ຕໍ່ເຈົ້າໜ້າທີ່ເສຍຊີວິດ ໃນລະຫວ່າງປະຕິບັດໜ້າທີ່ ຢູ່ແຂວງຫົວພັນ

- 307985323 519674430161820 3400909001007867191 n - ປະຕິບັດນະໂຍບາຍ ຕໍ່ເຈົ້າໜ້າທີ່ເສຍຊີວິດ ໃນລະຫວ່າງປະຕິບັດໜ້າທີ່ ຢູ່ແຂວງຫົວພັນ
- kitchen vibe - ປະຕິບັດນະໂຍບາຍ ຕໍ່ເຈົ້າໜ້າທີ່ເສຍຊີວິດ ໃນລະຫວ່າງປະຕິບັດໜ້າທີ່ ຢູ່ແຂວງຫົວພັນ
ຂ່າວໜັງສືພິມຄວາມສະຫງົບລາຍງານໃຫ້ຮູ້ວ່າ: ຕໍ່ກັນເຫດການທີ່ເກີດຂຶ້ນໃນວັນທີ 14 ກັນຍາ 2022, ທີ່ກຳລັງວິຊາສະເພາະກອງບັນຊາການ ປກສ ເມືອງຊຳເໜືອ ແຂວງຫົວພັນ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກເກັບກຳຂໍ້ມູນກວດກາພິສູດແຫຼ່ງຂ່າວຕາມທີ່ພົນລະ ເມືອງດີລາຍງານວ່າ ມີບຸກຄົນບໍ່ດີມີການເຄື່ອນໄຫວທີ່ພົວພັນກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ,ເຊິ່ງໃນລະຫວ່າງອອກປະ ຕິບັດໜ້າທີ່ຢູ່ນັ້ນ ໄດ້ມີຊາຍຄົນໜຶ່ງໃຊ້ອາວຸດປືນ (ປະເພດປືນແກັບ) ຍິງໃສ່ ຮ້ອຍເອກ ຊອມ ສີສົມທອງ ເຈົ້າໜ້າທີ່ ປກສ ກຸ່ມບ້ານຊາງຄຳ ໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.
ຕໍ່ກັບເຫດການດັ່ງກ່າວນີ້, ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃຫ້ການຊ່ວຍເຫຼືອຕໍ່ຄອບຄົວຢ່າງສົມກຽດ ເຊັ່ນ: ເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານພິເສດໃນການແກ້ໄຂເປົ້າໝາຍຊື້ຂາຍ-ຢາເສບຕິດຢູ່ກອງບັນ ຊາການ ປກສ ແຂວງຫົວພັນ ໂດຍເລື່ອນຊັ້ນຮ້ອຍເອກ ຂຶ້ນເປັນ ພັນໂທ ໃຫ້ ສະຫາຍ ຊອມ ສີສົມທອງ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ 1 ໜ່ວຍ.
ນອກນັ້ນ, ຄະນະພັກ-ຄະນະນຳຫຼາຍພາກສ່ວນໄດ້ເຂົ້າວາງພວງມາລາ ແລະ ມອບເງິນນະໂຍບາຍຊ່ວຍເຫຼືອກິນທານ, ເບິ່ງແຍງຄອບຄົວ ເປັນຕົ້ນແມ່ນກະຊວງ ປກສ ນຳໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຫົວໜ້າກົມພະນັກງານ, ມີການນຳແຂວງຫົວພັນ ນຳໂດຍ ທ່ານ ເພີດ ມາປັນຍາ ປະທານສະພາປະຊາຊົນແຂວງຫົວພັນ, ກອງບັນຊາການ ປກສ ແຂວງຫົວພັນ, ການນຳເມືອງຊຳເໜືອ ແລະ ກອງບັນຊາການ ປກສ ເມືອງຊຳເໜືອ ຊ່ວຍເຫຼືອເບິ່ງແຍງຢ່າງເຕັມທີ່ ພ້ອມທັງມອບເງິນນະໂຍບາຍຊ່ວຍເຫຼືອຄອບຄົວສະຫາຍໃນເບື່ອງຕົ້ນ 59.406.000 ກີບ.
ຄຽງຄູ່ກັນນັ້ນ, ໃນວັນທີ 15 ກັນຍາ 2022, ຕາງໜ້າກະຊວງ ປກສ ນໍາໂດຍ ພົຈວ ຄອນສະຫວັນ ສົມພາໄຊ ແລະ ການນໍາແຂວງຫົວພັນ, ກອງບັນຊາ ການ ປກສ ແຂວງຫົວພັນ, ປກສ ເມືອງ ແລະ ພາກສ່ວນຕ່າງໆ ກໍໄດ້ເຂົ້າ ຮ່ວມງານຊາປະນາກິດສົບ ພັທ ຊອມ ສີສົມທອງ ເພື່ອຮ່ວມກັນໄວ້ອາໄລ ແລະ ສົ່ງສະຫາຍເປັນຄັ້ງສຸດທ້າຍ.
- 4 - ປະຕິບັດນະໂຍບາຍ ຕໍ່ເຈົ້າໜ້າທີ່ເສຍຊີວິດ ໃນລະຫວ່າງປະຕິບັດໜ້າທີ່ ຢູ່ແຂວງຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!