ປາກິດສະຖານ ຮຽກຮ້ອງສາກົນໃຫ້ຄວາມຊ່ວຍເຫລືອ ທາງດ້ານເຕັກນິກ
October 14, 2022 - 12:55 PM


ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 12 ຕຸລາ, ທ່ານ ອັນຊຣາ ຟາຊາລ ເປຊູໂຮ ລັດຖະມົນຕີ ກະຊວງ ສາທາລະນະສຸກ ແຄວ້ນສິນ ທາງພາກໃຕ້ ຂອງ ປາກິດສະຖານ ລະບຸວ່າ: ປາກິດສະຖານ ຮຽກຮ້ອງໃຫ້ປະຊາຄົມ ຊ່ວຍເຫລືອ ທາງດ້ານເຕັກນິກ ເນື່ອງຈາກ ເຫດສຸກເສີນ ດ້ານການປ່ຽນແປງ ສະພາບ ພູມອາກາດ ອາດຈະເກີດຂຶ້ນ ເປັນປະຈໍາ. ສະນັ້ນ ຈຶ່ງມີຄວາມຈຳເປັນເພື່ອຮັບມືກັບ ສະຖານະການຕ່າງໆ ແລະ ຄວາມທ້າທາຍ ຫລາຍປະການ. ທ່ີແຄວ້ນສິນ ຕ້ອງຜະເຊີນ ທ່າມກາງ ອຸທົກກະໄພ ຄັ້ງໃຫຍ່ ໃນປີນີ້. ເມື່ອຫລາຍເດືອນຜ່ານມາ, ແຄວ້ນສິນ ຕ້ອງປະກາດ ພາວະສຸກເສີນ ເພື່ອຮັບມືກັບ ນໍ້າຖ້ວມ ແລະ ກໍມີນໍ້າຖ້ວມຂັງ ເປັນເວລາດົນນານ ສົ່ງຜົນໃຫ້ ເກີດພະຍາດ ແພ່ລະບາດ. ໃນຂະນະດຽວກັນ ອາກາດ ກໍເລີ່ມເຢັນລົງ ເຮັດໃຫ້ເກີດ ພະຍາດປອດບວມ ແລະ ພະຍາດລະບົບ ທາງເດີນຫາຍໃຈແລະ ອື່ນໆ