7 ຂໍ້ ທີ່ຄວນເວົ້າກັບຕົນເອງເມື່ອຕ້ອງພົບກັບເລື່ອງຍາກລຳບາກໃນຊີວິດ.
October 14, 2022 - 1:20 PM

1. ຖ້າກ້າວຂ້າມມັນໄປໄດ້… ເຮົາກະແຂງແກ່ນຂຶ້ນ.
2. ຖ້າທຸກຢ່າງມັນງ່າຍເກີນໄປ … ຊີວິດກໍຄົງໜ້າເບື່ອ.
3. ສິ່ງທີ່ເກີດຂຶ້ນກັບຊີວິດເຮົາເປັນພຽງແຕ່ 10% … ອີກ 90% ທີ່ເຫລືອແມ່ນສິ່ງທີ່ເຮົາສະໜອງຕອບມັນ.
4. ລອງຄິດເບິ່ງວ່າມັນຈະໜ້າພູມໃຈເທົ່າໃດ… ຖ້າເຮົາສາມາດຜ່ານພົ້ນໄລຍະເວລາທີ່ຍາກລຳບາກນັ້ນໄປໄດ້.
5. ພຽງແຕ່ຕື່ນມາມື້ອື່ນກໍເຊົ້າແລ້ວ … ຊີວິດກໍປ່ຽນອີກແລ້ວ.
6. ເບິ່ງຍ້ອນກັບໄປເຖິງເລື່ອງຍາກໆທີ່ເຮົາສາມາດຜ່ານມັນມາໄດ້ໃນອະດີດ… ມັນກໍບໍ່ໄດ້ແຕກຕ່າງຫຍັງກັບເລື່ອງໃນມື້ນີ້ ບາງເທື່ອເລື່ອງທີ່ວ່າຍາກໃນມື້ນີ້ ອາດຈະດີກ່ວາເລື່ອງທີ່ຜ່ານມາແລ້ວກໍມີ.
7. ຊີວິດກໍປຽບດັ່ງລົດໄຟເຫາະຕີລັງກາຂຶ້ນໆລົງໆໄປຕາມຈັງຫວະ… ຂຶ້ນຢູ່ກັບວ່າເຮົາຈະຮ້ອງ ຫລື ວ່າຈະມ່ວນໄປກັບມັນ.