ລາວ-ລຸກຊໍາບວກ ຫາລືສ້າງແຜນງານການຮ່ວມມືໄລຍະຍາວ
October 20, 2022 - 1:43 PM


ເພື່ອທົບທວນວຽກງານການຮ່ວມມື ໃນໄລຍະຜ່ານມາ ແລະ ວາງແຜນວຽກໃນຕໍ່ໜ້າ ພ້ອມທັງເປັນເວທີໃນປຶກສາຫາລື, ແລກປ່ຽນບັນດາມາດຕະການ ແລະ ຂໍ້ສະເໜີຕ່າງໆ ເພື່ອນຳໄປສູ່ການແກ້ໄຂ້ບັນດາຂໍ້ຄົງຄ້າງຕ່າງໆ ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດຳເນີນໄປຢ່າງມີປະສິດທິຜົນ, ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກລຸກຊໍາບວກ ໄດ້ຈັດກອງປະຊຸມ ຄະນະກໍາມາທິການຮ່ວມມື ລາວ-ລຸກຊໍາບວກ ຄັ້ງທີ່ XIV ຂຶ້ນ ເມື່ອບໍ່ດົນຜ່ານມາ ທີ່ປະເທດລຸກຊໍາບວກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ຟຣັນຊ ຟາໂຢ, ລັດຖະມົນຕີ ກະຊວງຮ່ວມມືເພື່ອການ ພັດທະນາ ແລະ ມະນຸດສະທໍາ ແຫ່ງ ລຸກຊໍາບວກ; ໂດຍມີຜູ້ຕາງໜ້າຈາກ ກະຊວງກ່ຽວຂ້ອງຂອງ ສປປ ລາວເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ການທົບທວນວຽກງານການຮ່ວມມື ໃນໄລຍະຜ່ານມາ ກໍຄືຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາແຜນງານການຮ່ວມມື ລາວ-ລຸກຊໍາບວກ ດ້ວຍການຜັນຂະຫຍາຍແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອາຈັກລຸກຊໍາບວກ ຄັ້ງທີ IV ປີ 2016-2022 ທີ່ສຸມໃສ່ການສະໜັບສະໜູນໃຫ້ແກ່ຂົງເຂດຕົ້ນຕໍ ເຊັ່ນ: ຂົງເຂດສາທາລະນະສຸກ, ການພັດທະນາທ້ອງຖິ່ນ ຢູ່ແຂວງບໍ່ແກ້ວ, ບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງວຽງຈັນ, ການຝຶກອົບຮົມວິຊາຊີບ ໃນຂະແໜງການທ່ອງທ່ຽວ, ການບໍລິຫານການປົກຄອງ ແລະ ການສ້າງຂີດຄວາມອາດສາມາດ ໃນວຽກງານການຄຸ້ມຄອງການຊ່ວຍເຫລືອທາງການເພື່ອການພັດທະນາ. ຫຼັງຈາກນັ້ນ, ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນ ເຂົ້າໃນການສ້າງແຜນງານການຮ່ວມມືໄລຍະຍາວ ລາວ-ລຸກຊໍາບວກ ຄັ້ງທີ V (2023-2027) ຊຶ່ງຈະສຸມໃສ່ຂົງເຂດ ສຸຂະພາບ ແລະ ໂພຊະນາການ, ການພັດທະນາສີມືແຮງງານ ແລະ ການຈັດຫາງານ, ການພັດທະນາທ້ອງຖິ່ນ, ການປົກຄອງ, ລະບຽບກົດໝາຍ ແລະ ວຽກງານປິ່ນອ້ອມຈໍານວນໜຶ່ງ.
ໃນປີນີ້ ສປປ ລາວ ແລະ ຣາຊະອາຈັກລຸກຊໍາບວກ ຈະສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 25 ປີ. ຣາຊະອາຈັກລຸກຊໍາບວກ ແມ່ນຄູ່ຮ່ວມພັດທະນາຂອງ ສປປ ລາວ ນັບຕັ້ງແຕ່ ປີ 1997 ເປັນຕົ້ນມາ. ແຜນງານການຮ່ວມມືໄລຍະຍາວ ລາວ-ລຸກຊໍາບວກ ຄັ້ງທີ IV ປີ 2016-2022 ຊຶ່ງມີມູນຄ່າທັງໝົດ 99 ລ້ານເອີໂຣ ໄດ້ສຸມໃສ່ການສະໜັບສະໜູນໃຫ້ແກ່ຂົງເຂດຕົ້ນຕໍ ເຊັ່ນ: ຂົງເຂດສາທາລະນະສຸກ, ການພັດທະນາທ້ອງຖິ່ນ, ການຝຶກອົບຮົມວິຊາຊີບ ໃນຂະແໜງການທ່ອງທ່ຽວ, ການບໍລິຫານການປົກຄອງ ແລະ ການສ້າງຂີດຄວາມອາດສາມາດ ໃນວຽກງານການຄຸ້ມຄອງການຊ່ວຍເຫລືອທາງການເພື່ອການພັດທະນາ. ປັດຈຸບັນ ຣາຊະອາຈັກລຸກຊໍາບວກ ແມ່ນໜຶ່ງໃນຜູ້ໃຫ້ທຶນທີ່ສຳຄັນຂອງກຸ່ມສະຫະພາບເອີຣົບ ແລະ ມີບົດບາດສຳຄັນໃນການນຳພາການປະຕິບັດໜ້າທີ່ຂອງກຸ່ມຍຸດທະສາດເອີຣົບ 2021-2025 ສຳລັບ ສປປ ລາວ.