ຄວາມເປັນມາ ແລະ ອົງປະກອບຂອງບຸນກະຖິນ


ມີເລື່ອງເລົ່າກ່າວຂານກັນວ່າ: ໃນພຸດທະການມີພິກຂຸຊາວເມືອງປາຖາ 30 ອົງ ຊຶ່ງເປັນຜູ້ຖືການຢູ່ປ່າ ການທ່ຽວບິນທະບາດ ນຸ່ງຫົ່ມຜ້າບັງສະກຸນ (ຜ້າເກັບຕົກຈາກແຫ່ງຕ່າງໆມາຕໍ່ຫຍິບເຮັດເປັນຈີວອນ) ຫລື ໃຊ້ຜ້າ 3 ຜືນ (ຜ້າຈີວອນ ສັງຄາຕິ ແລະ ຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງໄປເຂົ້າເຝົ້າພະພຸດທະເຈົ້າ, ແຕ່ເນື່ອງຈາກຫົນທາງໄກໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ແລະ ເຫລືອໄລຍະທາງອີກ 6 ໂຍດ (96 ກິໂລແມັດ) ຈຶ່ງເຖິງພະນະຄອນສາວັດຖີຈຳເປັນຕ້ອງຈຳພັນສາຢູ່ເມືອງສາເກດ ແລະ ຕະ ຫລອດ 3 ເດືອນ ໄດ້ລະນຶກເຖິງສົມເດັດພະບໍຣົມມະສາສະດາຢູ່ສະເໝີ.
ເມື່ອອອກພັນສາແລ້ວ ຈຶ່ງພາກັນເດີນທາງມາເຝົ້າພະພຸດທະເຈົ້າ ຢູ່ວັດເຊຕະວັນມະຫາວິຫານພະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກຊຸ່ມນ້ຳຝົນຢູ່ຄືຕ້ອງເດີນທາງລຸຍນ້ຳລຸຍຕົມເພາະໄລຍະທາງທີ່ເດີນທາງໄປນັ້ນ ຝົນຍັງຕົກໜັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບຄວາມລຳບາກ ເນື່ອງຈາກຜ້າຈີວອນທີ່ເປື້ອນຕົມ ແລະປຽກຊຸ່ມນ້ຳຝົນ, ພະພຸດທະເຈົ້າຈິ່ງຊົງຖືເປັນມູນເຫດ ແລະ ຊົງມີພຸດທານຸຍາດໃຫ້ພິກຂຸທີ່ຈຳພັນສາຄົບ 3 ເດືອນກຣານກະຖິນໄດ້ (ຄຳວ່າ ກຣານ ເປັນພາສາຂະເມນ ແປວ່າ ຂຶງ ຄື ເຮັດໃຫ້ຕຶງ ກໍຄືເອົາຜ້າທີ່ຈະຫຍິບເປັນຈີວອນ ໄປຂຶງຢູ່ໄມ້ສະດຶງນັ້ນ (ຄຳວ່າ ກະຖິນ ເປັນພາສາບາລີ ໃນປຶ້ມສາສະນະພິທີສະບັບກົມການສາສະໜາໃຫ້ຄວາມໝາຍວ່າ ກະຖິນ ແປວ່າ ຂອບໄມ້ ຫລືໄມ້ ແບບສຳລັບຂຶງເພື່ອຕັດຫຍິບຜ້າຈີ ວອນ ຂອງພະພິກຂຸ.
ການທອດກະຖິນ ຫລື ການຖວາຍຜ້າກະຖິນ ຄືການທີ່ຄະລືຫັດ ຜູ້ມີສັດທາ ຫລືແມ່ນແຕ່ພິກຂຸສາມະເນນກໍດີ ນຳຜ້າໄປຖວາຍແກ່ສົງຜູ້ຈຳພັນສາແລ້ວຢູ່ວັດໃດໜຶ່ງເພື່ອເຮັດເປັນຜ້າກະຖິນຮຽກທຳມະດາວ່າ “ທອດ ກະຖິນ”. ນອກຈາກຜ້າກະຖິນແລ້ວປັດຈຸບັນຍັງມີເຄື່ອງອື່ນໆຖວາຍເພິ່ມເຂົ້າໄປອີກເປັນຈຳນວນຫລາຍຮຽກວ່າ ບໍຣິວານກະຖິນ ແລ້ວນຳໄປວາງໄວ້ຕໍ່ໜ້າພະສົງ 5 ອົງ (ເພາະຈະຕ້ອງຈັດເປັນອົງຮັບຜ້າກະຖິນ ອົງໜຶ່ງ ແລະ ຕ້ອງມີພິກຂຸອີກ 4 ອົງຂຶ້ນໄປຈິ່ງສາມາດປະກອບສັງຄະກຳ (ເປັນພິທີກຳທີ່ກຳນົດທາງພະວິໄນໄດ້) ເພາະສັງຄະກຳບາງຢ່າງ ຕ້ອງມີຂໍ້ກຳນົດຈຳນວນພະສົງ ຄືບາງພິທີກຳຕ້ອງໃຫ້ມີພິກຂຸ 4 ອົງຂຶ້ນໄປຫລື…5-10 ແລະ 20 ອົງຂຶ້ນໄປພິທີກຳນັ້ນຈຶ່ງຖືກຕ້ອງ ເຊັ່ນຢູ່ເຂດທຸລະກັນດານຫາພະຍາກ ກໍບັນຍັດ ວ່າພິກຂຸ 4 ອົງ ສາມາດລົງອຸບໂປສັງຄະກຳໄດ້, ພິກຂຸ 5 ອົງສາມາດຮັບກະຖິນໄດ້ ບວດນາກໄດ້ ແລະພິກຂຸ 20 ອົງສາມາດສູດອັບພານງານເຂົ້າປະລິວາດສະກຳໄດ້ ເປັນຕົ້ນ) ແລ້ວໃຫ້ພະສົງ ອົງໃດອົງໜຶ່ງ ທີ່ໄດ້ຮັບມອບໝາຍຈາກຄະນະສົງຢ່າງເປັນເອກະສັນໃຫ້ເປັນຜູ້ຮັບຜ້າກະຖິນນັ້ນ ພິກຂຸອົງນັ້ນ ປະຕິບັດໜ້າທີ່ຕັ້ງແຕ່ຊັກ ແທກ ຕັດ ຫຍິບ ແລະ ຍ້ອມ ໃຫ້ສຳເລັດໃນມື້ນັ້ນ ເຮັດພິນທຸ (ໝາຍຊື່ຕົນໄວ້ກັນຫລົງກັບຜ້າຂອງອົງອື່ນ) ອະທິຖານຜ້ານັ້ນຜືນໃດ ຜືນໜຶ່ງ ໃນໄຕຈີວອນນັ້ນ ແລ້ວບອກພິກຂຸສົງທີ່ພ້ອມກັນຍົກຜ້າໃຫ້ເພື່ອອະນຸໂມທະນາ ພິກຂຸຜູ້ຮັບ ແລະ ຫຍິບ ຈີວອນນັ້ນຮຽກວ່າ ຜູ້ກຣານກະຖິນ (ຖ້າຜ້າກະຖິນເປັນຈີວອນສຳເລັດຮູບແລ້ວ ກິດ ຫລື ວຽກທີ່ຈະຕ້ອງຊັກ ວັດແທກ ຕັດ ຫຍິບ ແລະຍ້ອມ ບໍ່ຕ້ອງມີ). ການທອດກະຖິນ ນິຍົມເຮັດຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 11 ໄປ ຈົນເຖິງເດືອນ 12 ເພັງ ເພາະເປັນໄລຍະເວລາ ທີ່ພະພຸດທະເຈົ້າຊົງອະນຸຍາດໃຫ້ປະກອບກະຖິນໄດ້ພຽງ 1 ເດືອນຕໍ່ຈາກວັນສິ້ນສຸດການຈຳພັນສາ ຮຽກວ່າ: ກະຖິນຈອນ ຫລືກະຖິນແລ່ນ ເພາະໃສ່ຊື່ຕາມຄວາມຮີບດ່ວນ ເພາະເປັນກະຖິນທີ່ຕ້ອງຊ່ວຍກັນເຮັດໃຫ້ແລ້ວ ພາຍໃນກຳນົດມື້ໜຶ່ງເກັບຝ້າຍ ຫລືສ້ອມຝ້າຍ, ປັ່ນ ມ້ວນ ຕໍ່າ ຕັດ ຫຍິບ ແລະຍ້ອມ ເຮັດໃຫ້ເປັນຂັນ ໄດ້ຂະໜາດຕາມພະວິໄນບັນຍັດແລ້ວທອດຖວາຍໃຫ້ສຳເລັດໃນມື້ນັ້ນ, ສ່ວນມະຫາກະຖິນ( ກະຖິນໃຫຍ່) ຫລື ຮຽກກັນວ່າກະຖິນ ສາມັກຄີ ນັ້ນກະກຽມກັນຫລາຍມື້ພ້ອມພຽງຈິ່ງຖວາຍ.
ອົງປະກອບ ໃນບຸນກະຖິນມີແນວໃດແດ່?
1. ພະສົງ: ວັດທີ່ຈະຮັບກະຖິນຕ້ອງມີພະສົງ 5 ອົງຂຶ້ນໄປ (ທີ່ຕ້ອງມີ 5 ອົງເພາະອົງ 1 ຕ້ອງເປັນອົງຮັບເພື່ອ 4 ອົງທີ່ເຫລືອຈິ່ງປະກອບສັງຄະກຳໄດ້, ຖ້າເຫລືອ 3 ອົງຈະບໍ່ຮຽກວ່າສັງຄະກຳ ແຕ່ໜ້າຈະຮຽກວ່າຄະນະກຳຫລາຍກວ່າ. 5 ອົງໃນທີ່ນີ້ຕ້ອງຈຳພັນສາຄົບໄຕມາດ (ສາມເດືອນ) ໃນອາວາດດຽວກັນ ທຸກອົງ ຮຽກວ່າຄະນະປູລະນະ ຄື ຄະນະເດີມ; ພະທີ່ນິມົນມາຈາກວັດອື່ນຈັດເປັນອົງຮ່ວມອະນຸໂມທະນາຈະນິມົນ ມາຮ່ວມກໍໄດ້ບໍ່ນິມົນມາຮ່ວມກໍໄດ້ແລ້ວແຕ່ສັດທາຂອງເຈົ້າພາບຜູ້ຈັດບຸນ ແລະ ອົງທີ່ໄດ້ຮັບຕ້ອງເປັນຜູ້ມີຄຸນສົມບັດສົມຄວນ ຄື ເປັນຜູ້ມີສະຕິປັນຍາ ຮູ້ອານິສົງ 5, ມາຕິກາ 8, ປະລິໂພດ 2 ຄອງ ອັນທີ່ຈະປະ ຕິບັດໃນເລື່ອງກະຖິນນັ້ນໄດ້ ຄື ຕ້ອງເປັນຜູ້ທີ່ມີຄຸນຄວາມດີ ເປັນທີ່ຍອມຮັບຂອງພະ 4 ອົງ ທີ່ເຫລືອນັ້ນໄດ້ ຫລື ບໍ່ຖືກເຈາະຈົງມາຈາກພໍ່ອອກ ແມ່ອອກ ວ່າຈະຕ້ອງເປັນພະອົງນັ້ນອົງນີ້ ຮັບຈິ່ງຈະມາຖວາຍ ຖ້າບໍ່ສະນັ້ນຈະບໍ່ມາຖວາຍ (ກໍເຄີຍມີ).
2. ຄາລາວາດຜູ້ຖວາຍ:ການຈອງກະຖິນໂດຍທົ່ວໄປນິຍົມຂຽນເປັນໜັງສືຈອງກະຖິນໄປຕິດວັດທີ່ຈະທອດ ຖວາຍ ເປັນການນິມົນພະສົງໃຫ້ຮັບຊາບວັນເວລາທີ່ຈະໄປທອດ ຫລືຈະໄປນະມັດສະການເຈົ້າອະທິການວັດໃຫ້ຮັບຊາບໄວ້ກໍໄດ້ ແລະ ຕ້ອງຖວາຍດ້ວຍຄວາມເຫລື້ອມໃສ ຄືມີຄວາມເອື້ອເຟື້ອຕັ້ງຄວາມຫວັງວ່າ ໃຫ້ພະເຈົ້າພະສົງ ໄດ້ໃຊ້ຜ້າຂອງຕົນຈະໄດ້ສະດວກແກ່ການປະຕິບັດທຳ ແລະສຶກສາພະທຳວິໄນ ແລະຢູ່ສືບອາຍຸພະພຸດທະສາສະໜາຕໍ່ໄປ.
3. ຜ້າທີ່ຈະຖວາຍ: ຈະເປັນຜ້າເກົ່າ ຫລື ເປັນຜ້າໃໝ່ກໍໄດ້, ແຕ່ຕ້ອງເປັນຜ້າທີ່ບໍ່ຕ້ອງອະທິກອນມາກ່ອນ (ຄືບໍ່ມີມົນທີນທາງພະວິໄນ ແລະຄະດີຄວາມທາງບ້ານເມືອງ) ຈະເອົາຜ້າຜືນໃດຜືນໜງໃນໄຕນັ້ນ ຈະເປັນຜ້າສະບົງ ສັງຄາຕິ ຫລືຈີວອນກໍໄດ້ ບໍ່ໄດ້ໝາຍເອົາທັງໝົດ ແລ້ວແຕ່ພິກຂຸອົງນັ້ນຈະແຈ້ງໃຫ້ທີ່ປະຊຸມສົງ ຊາບເພື່ອອະນຸໂມທະນາ.
4. ເວລາຖວາຍ: ຕ້ອງຢູ່ໃນເຂດກະຖິນ ຄື ຕັ້ງແຕ່ແຮມ 1 ຄ່ຳ ເດືອນ 11 ເຖິງຂຶ້ນ 15 ຄໍ່າເດືອນ 12.
5. ສະຖານທີ່ຖວາຍ: ຕ້ອງເປັນເຂດວັດທີ່ມີພະສົງຈໍາພັນສາຕົ້ນ (ພັນສາຕົ້ນຄືແຕ່ເດືອນ 8 ເພັງໄປ; ຖ້າພັນສາປາຍ ໝາຍເຖິງແຕ່ເດືອນ 9 ເພັງໄປ) ທັງໝົດ 5 ອົງເປັນຢ່າງໜ້ອຍ ແລະ ກາງພັນສານັ້ນບໍ່ມີພະອົງໃດຂາດພັນສາຄືໄປຄ້າງຄືນເປັນຕົ້ນ ແລະ ຈະຖວາຍໃນອາຮາມຫລືໃນສາລາກໍໄດ້, ແຕ່ເວລາສູດຕ້ອງສູດໃນສີມາ (ເພາະວິສູງຄາມະສີມາ ຖືເປັນເຂດທໍລະນີສົງ) ທາງການປົກຄອງບ້ານເມືອງຍົກຂາດໃຫ້ເປັນ ສົມບັດນິຕິບຸກຄົນແລ້ວ ແລະໃນກໍລະນີວັດບໍ່ມີສີມາກໍສາມາດຈັດຮັບກະຖິນໄດ້ພາຍຫລັງຖວາຍກະຖິນແລ້ວກໍເອົາໄປສູດ(ກຣານ)ຢູ່ສີມາວັດອື່ນແລ້ວ ຈິ່ງເອົາກັບມາວັດຂອງຕົນ ກໍເຄີຍເຫັນເຮັດເລື້ອຍໆຢູ່ ຫລືບໍ່ເຊັ່ນນັ້ນ ກໍໃຊ້ເຊືອກກັ້ນລ້ອມຮອບເຂດວັດບ່ອນໃດໜຶ່ງໃຫ້ໄດ້ເນື້ອທີ່ຂະໜາດເທົ່າສີມາຕົວຈິງຄືມີເນື້ອທີີ່ສາມາດບັນຈຸໄດ້ 21 ບ່ອນນັ່ງເປັນຢ່າງນ້ອຍແລ້ວສູດສົມມຸດເຂດສີມາຊົ່ວຄາວ ເມື່ອສູດສຳເລັດແລ້ວກໍສູດປະກາດຖອນໃຫ້ເປັນເນື້ອທີ່ວັດເຊັ່ນເຄີຍ.
6. ອານິສົງຫລືປະໂຫຍດ : ປະໂຫຍດທາງສົງ:
ເພື່ອສະແດງອອກຂອງພິກຂຸທີ່ໄດ້ຈຳພັນສາຢູ່ຮ່ວມກັນ ແລະໄດ້ຮັບອານິສົງ(ມີສິດທິ) 5 ປະການຄື1. ໄປໃສບໍ່ຕ້ອງບອກລາພິກຂຸອື່ນ (ຖ້າບໍ່ໄດ້ອາສິສົງກະຖິນແລ້ວ ໄປໃສບໍ່ບອກລາຕ້ອງອາບັດປາຈິດຕີຕາມວິໄນບັນຍັດແຕ່ທີ່ວ່າໄປໃສບໍ່ຕ້ອງບອກລາກໍໄດ້)ສະເພາະເຂດອານິສົງກະຖິນແຕ່ເດືອນ 12 ເພັງໄປເຖິງເດືອນ 4 ເພັງເທົ່ານັ້ນເມື່ອໂປງກະຖິນ(ໝົດເວລາກະຖິນ) ອານິສົງນັ້ນກໍໝົດສິດ ແຕ່ໂດຍມາລະຍາດຄວນບອກລາ ແລະອາດເປັນເພາະໝັ້ນໃຈຄຸນສົມບັດແລະ ຄຸນຄວາມດີຂອງທ່ານເອງຈິ່ງບໍ່ບອກລາກໍໄດ້; 2.ໄປທາງໃດບໍ່ຕ້ອງນໍາເອົາຜ້າໄຈີວອນໄປທັງໄຕ; 3. ສັນອາຫານຮ່ວມກຸ່ມກັນໄດ້; 4. ເກັບຜ້າໄວ້ໄດ້ຫລາຍຜືນຕາມ ຄວາມຕ້ອງການ (ໂດຍບໍ່ເຮັດເປັນສອງເຈົ້າຂອງ); 5. ຜ້າທີ່ເກີດຂຶ້ນໃນວັດພິກຂຸອົງທີ່ຮັບກະຖິນນັ້ນ ຍັງມີສິດໄດ້ຮັບສ່ວນແບ່ງນັ້ນດ້ວຍ. ສ່ວນອານິສົງ ຫລື ປະໂຫຍດທາງຄາລະວາດ: 1) ຈະເປັນຜູ້ມີຊື່ສຽງດັງໄປ ທົ່ວທຸກທິດ. 2) ເປັນຜູ້ສືບອາຍຸພະພຸດທະສາສະໜາເພາະເປັນຜູ້ໃຫ້ກໍາລັງສະໜັບສະໜູນພະສົງ. 3) ເປັນການຮັກສາປະເພນີທີ່ດີງາມໄວ້ ບໍ່ໃຫ້ເສື່ອມສູນໄປ. 4) ເປັນການປະຕິບັດຕາມພຸດໂທວາດຂອງພະບໍຣົມມະສາສະດາ. 5) ເປັນການເຮັດໃຫ້ຊັບ ແລະ ຊີວິດມີສາລະແກ່ນສານ. 6) ເປັນການສ້າງຄວາມສາມັກຄີລະຫວ່າງພຸດທະບໍລິສັດ. 7) ເປັນການສະສົມທືນຄືສ້າງບຸນກຸສົນໄວ້ໃນພາຍພາກໜ້າ ແລະ 8) ເປັນການສ້າງທາງໄປສະຫວັນ ແລະ ນິບພານໃຫ້ແກ່ຕົນເອງ.