ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ ນຳໄປຂຶ້ນບັນຊີເປັນຂອງລັດ

- IMG 8302 1024x575 1 - ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ ນຳໄປຂຶ້ນບັນຊີເປັນຂອງລັດ
- kitchen vibe - ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ ນຳໄປຂຶ້ນບັນຊີເປັນຂອງລັດ

ຂ່າວກະຊວງກາເງິນລາຍງານໃຫ້ຮູ້ວ່າ: ວັນທີ 21 ຕຸລາ 2022 ນີ້ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຊັນບົດບັນທຶກມອບ-ຮັບຊັບສິນທີ່ສານຕັດສິນຮິບເປັນຂອງລັດ (ສະເພາະຢູ່ນະຄອນຫຼວງວຽງຈັນ) ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ເພື່ອນໍາໄປຂຶ້ນບັນຊີເປັນຂອງລັດ ແລະ ມອບເງິນເຂົ້າງົບປະມານຂອງລັດຕາມກົດໝາຍ ແລະ ລະບຽບການ ຕາງໜ້າເຊັນບົດບັນທຶກມອບຂອງທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ແລະ ຕາງໜ້າເຊັນຮັບໂດຍທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

- IMG 8263 1024x575 1 - ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ ນຳໄປຂຶ້ນບັນຊີເປັນຂອງລັດ

ຊັບສິນມອບ-ຮັບໃນຄັ້ງນີ້ປະກອບມີ: ທີ່ດິນພ້ອມເຮືອນຈໍານວນ 8 ຕອນ, ໄມ້ແປຮູບຈໍານວນ 92 ໂຕ ລົດໃຫຍ່ຈໍານວນ 12 ຄັນ ລົດຈັກຈໍານວນ 19 ຄັນ ວັດຖຸມີຄ່າຈໍານວນ 43 ລາຍການໃນ 17 ຄະດີ ເງິນສົດ ໃນນີ້ ເງິນກີບຈຳນວນ 2.103 ຕື້ກີບ, 698.680 ບາດ,  4.202 ໂດລາສະຫະລັດ,  50 ຢວນ, 10.000 ດົງ

- 4 - ມອບຊັບສິນທີ່ສານຕັດສິນ ຮິບເປັນຂອງລັດຫຼາຍລາຍການ ນຳໄປຂຶ້ນບັນຊີເປັນຂອງລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!