ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ

- Already 100 goals for Manchester United Rashford promises to score - ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ
- kitchen vibe - ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ

- Already 100 goals for Manchester United Rashford promises to score - ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ

ມາຄັສ ແຣສຟອດ ກອງໜ້າຊາວອັງກິດຂອງ ແມນເຊສເຕີ ຢູໄນເຕັດກາຍເປັນນັກເຕະຄົນທຳອິດແມນຢູ ທີ່ຍິງໄດ້ຄົບ 100 ປະຕູ ນັບຕັ້ງແຕ່ທີ່ ເວນ ຣູນີ ເຄີຍເຮັດໄດ້ສະໄຫມຫລິ້ນຢູ່ກັບສະໂມສອນ ໃນເກມທີ່ເອົາຊະນະ ເວສແຮມ ຢູໄນເຕັດ 1-0 ເມື່ອວັນອາທິດທີ 30 ຕຸລາທີ່ຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ

ແຣສຟອດ ໂດດຂຶ້ນຕຳເປັນປະຕູສຸດງາມໃຫ້ກັບ ແມນຢູ ຂຶ້ນນຳ 1-0 ໃນນາທີທີ 38 ເກມພຣີເມຍລີກ ອັງກິດ ຕ້ອນຮັບ ເວສແຮມ.

ສຳລັບປະຕູດັ່ງກ່າວ ເຮັດໃຫ້ ແຣສຟອດ ກາຍເປັນນັກເຕະແມນຢູ ຄົນທຳອິດທີ່ຍິງຄົບ 100 ປະຕູ ຈາກການລົງຫລິ້ນ 318 ນັດ ລວມທຸກລາຍການ ນັບຕັ້ງແຕ່ ຣູນີ ຕຳນານດາວຍິງສູງສຸດຂອງສະໂມສອນ ເຄີຍເຮັດໄດ້ເມື່ອເດືອນສິງຫາປີ 2009 ໃນເກມ ລີກປະເທດ ວີແກນ ແອດເລຕິກ.

ສຳລັບ ຣູນີ ກ້າວຂຶ້ນມາເປັນດາວຍິງສູງສຸດຕະຫລອດການແຫ່ງຖິ່ນ ໂອນ ແທຣ໊ຟຟອດ ຫລັງຍິງໄປ 253 ປະຕູຈາກລົງຫລິ້ນ 553 ເກມ ກ່ອນທີ່ຈະໂບກມືລາກັບໄປຫລິ້ນໃຫ້ ເອຟເວີຕັນ ທີມທີ່ສ້າງລາວຂຶ້ນມາເມື່ອປີ 2017.

- 3 - ແຣສຟອດ ຍິງຄົບ 100 ໜ່ວຍ ຄົນທຳອິດຕໍ່ຈາກ ຣູນີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!