ຝັນສະລາຍ! ຟິມີໂນ່ ສຸດຜິດຫວັງ ບໍ່ມີຊື່ຕິດທີມຊາດ ບຣາຊິວ ລຸຍບານໂລກ 2022
November 9, 2022 - 4:00 PM


ກອງໜ້າຂອງ ຫົງແດງ ຍອມຮັບວ່າຮູ້ສຶກຄືກັບຄວາມຝັນແຕກສະລາຍທີ່ບໍ່ໄດ້ມີຊື່ຢູ່ໃນທີມຊາດບຣາຊີວ ໃນການແຂ່ງຂັນເຕະບານໂລກ 2022.
ທັບແຊ້ມບາ ປະກາດລາຍຊື່ 26 ຄົນສຸດທ້າຍທີ່ຈະໄດ້ໄປຫລິ້ນບານໂລກ 2022 ແລະ ປະກົດວ່າຫົວຫອກໄວ 31 ປີຈາກ ຫົງແດງ ບໍ່ມີຊື່. ເຊິ່ງລາວຍອມຮັບວ່າລາວຮູ້ສຶກຜິດຫວັງຫລາຍ
“ຂ້ອຍຢາກຂອບໃຈທ່ານສໍາລັບທຸກຂໍ້ຄວາມດີໆທີ່ສົ່ງເຂົ້າ. ບານໂລກແມ່ນຄວາມຝັນຂອງນັກເຕະທຸກຄົນ ແລະ ຂ້ອຍກໍ່ບໍ່ແຕກຕ່າງກັບຄົນອື່ນ” ຟິມີໂນ່ ໂພສໃນ Instagram
“ມື້ວານນີ້ (ມື້ປະກາດລາຍຊື່) ສິ່ງຕ່າງໆບໍ່ໄດ້ເປັນຢ່າງທີ່ຂ້ອຍໄດ້ຈິນຕະນາການ ຫລື ຝັນໄປຕະຫລອດຊີວິດ. ແຕ່ຂ້ອຍສາມາດເບິ່ງຄືນແລະຂອບໃຈພະເຈົ້າ. ທີ່ເຈົ້າໃຫ້ຂ້ອຍມີຊີວິດ ແລະ ເຮັດຕາມຄວາມຝັນນັ້ນຄືກັບຄົນອື່ນ.”