ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ

- 20221110 canva                       1024x576 1 - ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ
- kitchen vibe - ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ

ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ເປີດເຜີຍວ່າ: ທ່ານພ້ອມແລ້ວສຳລັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການຫາລືບັນຫາຕ່າງໆ ທີ່ກ່ຽວຂ້ອງໃນອາທິດນີ້ ເຊິ່ງອາດຈະເປັນຄັ້ງສຸດທ້າຍສຳລັບທ່ານ ຂະນະທີ່ກຽມສົ່ງມອບອຳນາດຕໍ່ໃຫ້ລູກຊາຍກົກຮຽບຮ້ອຍແລ້ວ.

ສຳນັກຂ່າວກຽວໂດລາຍງານວ່າ: ທ່ານ ຮຸນເຊນ ເຊິ່ງປັດຈຸບັນມີອາຍຸ 70 ປີ ຂຶ້ນເປັນຜູ້ນຳກຳປູເຈຍມາແຕ່ປີ 1985 ໄດ້ປະກາດສົ່ງມອບອຳນາດຕໍ່ໃຫ້ ພົນໂທ ຮຸນ ມາເນດ ລູກຊາຍກົກ ອາຍຸ 45 ປີ ເຊິ່ງຈົບການສຶກສາຈາກໂຮງຮຽນນາຍຮ້ອຍເວສພອຍໃນອາເມລິກາ.

- Visit Laos Visit SALANA BOUTIQUE HOTEL - ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ

ທ່ານ ຮຸນເຊນ ໄດ້ປະກາດລ່ວງໜ້າບໍ່ເທົ່າໃດວັນກ່ອນກອງປະຊຸມສຸດຍອດອາຊຽນ ແລະ ການເຈລະຈາອື່ນໆ ທີ່ຈະຈັດຂຶ້ນຢູ່ນະຄອນຫລວງພະນົມເປັນ ລະຫວ່າງວັນທີ 10-13 ພະຈິກວ່າ: ໄດ້ຜະລິດໂມງທີ່ຜະລິດໂດຍກຳປູເຈຍຈຳນວນ 25 ໜ່ວຍໃຫ້ຜູ້ນຳທີ່ມາຢ້ຽມຢາມກຳປູເຈຍເພື່ອເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ເຖິງຢ່າງໃດກໍຕາມ, ທ່ານ ຮຸນເຊນ ບໍ່ໄດ້ເປີດເຜີຍເຈດຕະນາເບື້ອງຫລັງການໃຫ້ຂອງຂວັນຕໍ່ບັນດາຜູ້ນຳປະເທດໃນຄັ້ງນີ້ ເຊິ່ງລວມທັງປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ, ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ຫລີເຄີ້ສຽງ ຂອງຈີນ.

ທ່ານ ຮຸນເຊນ ໄດ້ເຮັດວຽກຮ່ວມກັບບັນດາຜູ້ນຳຈາກປະເທດສະມາຊິກອາຊຽນ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງນັບແຕ່ກຳປູເຈຍເຂົ້າຮ່ວມອາຊຽນໃນປີ 1999.

- 4 - ທ່ານ ຮຸນເຊນ ສັ່ງເຮັດໂມງເປັນທີ່ລະລຶກ ໃຫ້ຜູ້ນຳທີ່ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!