ເຈົ້າໜ້າທີ່ປ່າໄມ້ໄທ ຈັບກຸມຜູ້ຕ້ອງຫາ ຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ອ້າງວ່າໄດ້ມາ ຈາກປະເທດລາວ

- WhatsApp Image 2022 11 16 at 10 - ເຈົ້າໜ້າທີ່ປ່າໄມ້ໄທ ຈັບກຸມຜູ້ຕ້ອງຫາ ຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ອ້າງວ່າໄດ້ມາ ຈາກປະເທດລາວ
- kitchen vibe - ເຈົ້າໜ້າທີ່ປ່າໄມ້ໄທ ຈັບກຸມຜູ້ຕ້ອງຫາ ຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ອ້າງວ່າໄດ້ມາ ຈາກປະເທດລາວ

ສຳນັກຂ່າວ Thairath ລາຍງານໃຫ້ຮູ້ວ່າ: ເວລາປະມານ 5:30 ນາທີ ຂອງວັນທີ 15 ພະຈິກ 2022 ນີ້ ເຈົ້າໜ້າທີ່ປ່າໄມ້ມຸກດາຫານ ປະເທດໄທ ເຂົ້າຈັບກຸມຜູ້ຕ້ອງຫາ ຂັບລົດຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ຢູ່ໂຮງແຮມແຫ່ງໜຶ່ງບໍລິເວນສະຖານີຂົນສົ່ງຈັງຫວັດມຸກດາຫານ ຜູ້ຂົນສົ່ງລູກເສືອຊື່ທ້າວ ຖະນັດ ວົງສານ ອາຍຸ 63 ປີ ພ້ອມເມຍ ເປັນຄົນຈັງຫວັດຊຽງລາຍ.

ຈາກການສອບສວນຄົນຂັບລົດ ຜູ້ກ່ຽວສາລະພາບວ່າ ຈະນຳເອົາລູກເສືອໄປລ້ຽງເອງ ບໍ່ໄດ້ນຳມາຂາຍ ເຊິ່ງເສືອ 4 ໂຕເປັນເສືອທີ່ມາຈາກຕ່າງປະເທດມີຄົນເອົາມາສົ່ງໃຫ້ບໍລິເວນແຄມທາງແລ້ວຕົນເອງໄປຮັບ ສ່ວນທີ່ມາຂອງເສືອນັ້ນຍັງບໍ່ແນ່ໃຈວ່າມາຈາກທຳມະຊາດ ຫລື ເປັນເສືອລ້ຽງ ຂະນະນີ້ຍັງຢູ່ລະຫວ່າງຂັ້ນຕອນການສອບສວນ-ສືບສວນ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ປ່າໄມ້ໄທ ຈັບກຸມຜູ້ຕ້ອງຫາ ຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ອ້າງວ່າໄດ້ມາ ຈາກປະເທດລາວ

ສ່ວນ ໜັງສືພິມ Bangkok Post ໄດ້ລາຍງານຂ່າວ ພ້ອມລະບຸວ່າ ລູກເສືອຈຳນວນ 4 ໂຕນັ້ນ ຂ້າມມາຈາກປະເທດລາວ ເພື່ອມາຂາຍໃນລາຄາ 2 ລ້ານບາດ ແລະ ຕົກລົງຂາຍໃຫ້ນາຍໜ້າໃນລາຄາ 1.5 ລ້ານບາດ.

ປັດຈຸບັນ ເຈົ້າໜ້າທີ່ ໄດ້ນຳເອົາລູກເສືອທັງ 4 ໂຕ ໄປໄວ້ທີ່ ສູນອະນຸລັກສັດປ່າຈຸລາພອນ.

ເຖິງຢ່າງໃດກໍຕາມ ເລື່ອງນີ້ຍັງບໍ່ມີຄວາມຊັດເຈນດ້ານທີ່ມາຂອງລູກເສືອທັງ 4 ໂຕ, ຫາກຄຳໃຫ້ການຂອງບຸກຄົນທີ່ຂົນສົ່ງ ຕາມໜັງສືພິມພິມບາງກອກໂພສ ລາຍງານ ວ່າມາຈາກປະເທດລາວແທ້ ຈະມີການສືບສວນຕໍ່ຄືແນວໃດ, ແລ້ວທາງການລາວເຮົາຈະມີການໃຫ້ການຮ່ວມມືຄືແນວໃດນັ້ນຍັງບໍ່ທັນມີຂໍ້ມູນ, ຫາກມີຄວາມຄືບໜ້າທີມງານຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ຊາບຕື່ມ.

- 5 - ເຈົ້າໜ້າທີ່ປ່າໄມ້ໄທ ຈັບກຸມຜູ້ຕ້ອງຫາ ຂົນສົ່ງລູກເສືອໂຄ່ງ ຈຳນວນ 4 ໂຕ ອ້າງວ່າໄດ້ມາ ຈາກປະເທດລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!