ວຽກງານການເມືອງ-ແນວຄິດ ແຫ່ງພຶດຕິກຳຕົວຈິງບາງປະການຕ້ອງໄດ້ຍຶດໝັ້ນ ແລະ ເອົາໃຈໃສ່ປັບປຸງ

- IMG 2035 e1668830368361 - ວຽກງານການເມືອງ-ແນວຄິດ ແຫ່ງພຶດຕິກຳຕົວຈິງບາງປະການຕ້ອງໄດ້ຍຶດໝັ້ນ ແລະ ເອົາໃຈໃສ່ປັບປຸງ
- kitchen vibe - ວຽກງານການເມືອງ-ແນວຄິດ ແຫ່ງພຶດຕິກຳຕົວຈິງບາງປະການຕ້ອງໄດ້ຍຶດໝັ້ນ ແລະ ເອົາໃຈໃສ່ປັບປຸງ

ຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນວັນທີ 18 ພະຈິກ 2022 ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ຖະແຫລ່ງວ່າ: ຜ່ານການລາຍງານວຽກງານໃນໄລຍະຜ່ານມາ ແລະ ຄົ້ນຄວ້າກອງປະຊຸມພາຍໃຕ້ຄຳຂວັນ: “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່” ໄດ້ຮັບຮອງເອົາການຖອດຖອນບົດຮຽນແຫ່ງພຶດຕິກໍາຕົວຈິງໃນວຽກງານການເມືອງ-ແນວຄິດບາງປະການດັ່ງນີ້:

1). ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້ສອດຄ່ອງກັບເງື່ອນໄຂໃໝ່, ຄົ້ນຄວ້າກໍາແໜ້ນ ແລະ ເປັນເຈົ້າການຜັນຂະຫຍາຍໃຫ້ເປັນແຜນງານ, ເປັນໂຄງການລະອຽດທັງມີການຊີ້ນໍາ-ບັນຊາຢ່າງແທດເຖິງ, ທັນການ ແລະ ຕໍ່ເນື່ອງເປັນອົງປະກອບສໍາຄັນຮັບ ປະກັນໃຫ້ແກ່ການເຄື່ອນໄຫວວຽກງານການເມືອງ-ແນວຄິດ.

- Visit Laos Visit SALANA BOUTIQUE HOTEL - ວຽກງານການເມືອງ-ແນວຄິດ ແຫ່ງພຶດຕິກຳຕົວຈິງບາງປະການຕ້ອງໄດ້ຍຶດໝັ້ນ ແລະ ເອົາໃຈໃສ່ປັບປຸງ

2). ຕ້ອງຍົກລະດັບການຄົ້ນຄວ້າທິດສະດີ-ພຶດຕິກໍາ ເພື່ອນໍາໄປເຖິງການອະທິບາຍ, ຕອບແກ້ບັນຫາທີ່ຕັ້ງຂຶ້ນ, ເປີດທາງໃຫ້ແກ່ການເຄື່ອນໄຫວບຸກເບີກປະດິດສ້າງໃໝ່ ແລະ ສ້າງການຫັນປ່ຽນໃໝ່ໃນການຄິດ, ການເຄື່ອນໄຫວ, ພ້ອມທັງຍົກລະດັບຄວາມສາມາດໃນການນໍາພາຂອງຖັນແຖວພະນັກງານ-ສະມາຊິກພັກ, ເປັນເຈົ້າການຈັດຕັ້ງນໍາພາການຜັນຂະຫຍາຍເຂົ້າສູ່ຕົວຈິງ, ມີຄວາມຮັບຜິດຊອບ ແລະ ບັນລຸໝາກຜົນຕົວຈິງ.

3). ການເຮັດວຽກງານການເມືອງ-ແນວຄິດຕ້ອງຕິດແໜ້ນກັບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງແມ່ນໜຶ່ງໃນປັດໄຈຕັດສິນການນໍາພາການເມືອງ-ແນວຄິດ.

4). ການເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ການຕັດສິນໃຈກໍ່ສ້າງ-ບໍາລຸງຖັນແຖວພະນັກງານໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ມີຄວາມສຳນິຊໍານານໃນວິຊາສະເພາະ, ການໃຫ້ຄວາມສໍາຄັນສ້າງເງື່ອນໄຂອໍານວຍຄວາມສະດວກທີ່ຈໍາເປັນຕິດພັນກັບການຫັນເປັນທັນສະໄໝ ແລະ ປັບປຸງກົນໄກຕ່າງໆຢ່າງເໝາະສົມ, ຮອບດ້ານ, ເປັນລະບົບແມ່ນພື້ນຖານສໍາຄັນໃນການຂັບເຄື່ອນປະສິດທິຜົນວຽກງານການ ເມືອງ-ແນວຄິດຂອງພັກ.

- 4 - ວຽກງານການເມືອງ-ແນວຄິດ ແຫ່ງພຶດຕິກຳຕົວຈິງບາງປະການຕ້ອງໄດ້ຍຶດໝັ້ນ ແລະ ເອົາໃຈໃສ່ປັບປຸງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!