ປະທານສະພາແຫ່ງຊາດ ສະເໜີປະທານສະພາສິງກະໂປໃຫ້ການຮ່ວມມືທາງວິຊາການ ສຳມະນາ, ຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທີ່ດີຮ່ວມກັນ
November 22, 2022 - 4:03 PM


ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານລັດຖະສະພາ ສິງກະໂປ
ຂປລ. ຕອນບາຍຂອງວັນທີ 22 ພະຈິກ 2022 ທີ່ພະນົມເປັນ ຣາຊະອະນາຈັກກໍາປູເຈຍ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນສະພາແຫ່ງຊາດລາວ ກັບ ຄະນະຜູ້ແທນລັດຖະສະພາສິງກະໂປ, ຝ່າຍລາວນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ຝ່າຍສິງກະໂປ ນໍາໂດຍ ທ່ານ ຕັນ ສວນ ຈິນ (Tan Chuan Jin) ປະທານລັດຖະສະພາ, ຫົວໜ້າຄະນະຜູ້ແທນລັດຖະສະພາ ສິງກະໂປ, ມີບັນດາທ່ານຄະນະຜູ້ແທນຈາກສະພາສອງປະເທດເຂົ້າຮ່ວມ.
ໃນພິທີພົບປະ ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມດີໃຈ ທີ່ໄດ້ມີໂອກາດພົບປະເຮັດວຽກຮ່ວມກັບ ທ່ານ ຕັນ ສວນ ຈິນ ເຊິ່ງເປັນໂອກາດດີທີ່ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ ກໍຄື ລະຫວ່າງສອງອົງການນິຕິບັດຍັດ ຂອງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ສປປ ລາວ ແລະ ສ ສິງກະໂປ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ດີນຳກັນມາຕະຫລອດມາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ, ເຫັນໄດ້ຈາກ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງໃນລະດັບຕ່າງໆ ເພື່ອສົ່ງເສີມ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ເປັນຕົ້ນ ທາງດ້ານການເມືອງ, ເສດຖະກິດ, ການສຶກສາ ແລະ ອື່ນໆ ເຊິ່ງໄດ້ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.
ພ້ອມນີ້, ທ່ານຍັງ ແຈ້ງໃຫ້ຮູ້ກ່ຽວກັບກົງຈັກສະພາບການເຄື່ອນໄຫວຂອງ ສະພາແຫ່ງຊາດລາວ ຊຸດທີ IX, ການຮ່ວມມືຂອງສອງອົງການນິຕິບັນຍັດໂດຍຫຍໍ້ ແລະ ເພື່ອເປັນການສືບຕໍ່ສາຍພົວພັນລະຫວ່າງສອງສະພາ, ທ່ານປະທານສະພາແຫ່ງຊາດລາວ ຍັງໄດ້ສະເໜີ ຕໍ່ທ່ານ ຕັນ ສວນ ຈິນ ຄື:
– ໃຫ້ມີການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆນຳກັນ ເປັນຕົ້ນ ຄະນະປະທານສະພາແຫ່ງຊາດ, ຄະນະປະທານກຳມາທິການ, ຄະນະມິດຕະພາບລາວ-ສິງກະໂປ ແລະ ຄະນະອື່ນໆ ຢ່າງເປັນປົກກະຕິ;
– ສະເໜີໃຫ້ການຮ່ວມມືທາງວິຊາການ ໂດຍຮູບການຈັດສຳມະນາ, ຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທີ່ດີຮ່ວມກັນ ເພື່ອຍົກສູງຂີດຄວາມສາມາດ ແກ່ພະນັກງານພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງຂອງ ສປປ ລາວ;
– ສະເໜີໃຫ້ສອງອົງການນິຕິບັນຍັດ ຊຸກຍູ້ໃຫ້ສອງລັດຖະບານລາວ-ສິງກະ ໂປ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາສັນຍາ, ສົນທິສັນຍາ ແລະ ນິຕິກຳອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ເປັນຮູບປະທໍາ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນຂອງສອງປະເທດພວກເຮົາ ແລະ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.
ໃນປີ 2024 ສະພາແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາ ຄັ້ງທີ 45, ຫວັງຢ່າງຍິ່ງຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກລັດຖະສະພາສິງກະໂປ ແລະ ເຊື້ອເຊີນ ທ່ານ ຕັນ ສວນ ຈິນ ຫົວໜ້າຄະນະຜູ້ແທນລັດຖະສະພາ ສິງກະໂປ ພ້ອມດ້ວຍຄະນະ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມວັນເວລາທີ່ທ່ານມີຄວາມສະດວກ.
ໂອກາດດຽວກັນ, ທ່ານ ຕວນ ສັນ ຈິນ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ເຫັນດີຕໍ່ຂໍ້ສະ ເໜີ ຈາກຝ່າຍລາວ ແລະ ເຫັນດີທີ່ສຸດຈະຕອບສະໜອງໃຫ້ນັ້ນ ແມ່ນການຊອກທຶນໃຫ້ພະນັກງານວິຊາການໄປຮຽນພາສາອັງກິດ ໃນການກະກຽມຮັບໃຊ້ກອງປະຊຸມ AIPA ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2024 ນີ້ ແລະ ໄດ້ເຊື້ອເຊີນໃຫ້ຄະນະຜູ້ແທນລາວ ສືບຕໍ່ຢ້ຽມຢາມ ສ ສິງກະໂປ ເພື່ອສືບຕໍ່ຮັດ ແໜ້ນຄວາມສາມັກຄີ ຮ່ວມມືກັນ ໃຫ້ດີຍິ່ງຂຶ້ນກວ່າເກົ່າ.