ນາຍົກ ສປປ ລາວ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການແຜນດິນໄຫວ ຢູ່ອິນໂດເນເຊຍ


ວັນທີ 23 ພະຈິກ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ໂຈໂກວີໂດໂດ ປະທານາທິບໍດີແຫ່ງ ສາທາລະນະລັດ ອິນໂດເນເຊຍ ຕໍ່ກັບເຫດການແຜນດິນໄຫວ ແລະ ດິນເຈື່ອນ ທີ່ເມືອງຊາວາ ຕາເວັນຕົກ ຂອງອິນໂດເນເຊຍ ໃນວັນທີ 21 ພະຈິກ 2022 ຜ່ານມາ.
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ເມືອງຊາວາ ຕາເວັນຕົກ ຂອງອິນໂດເນເຊຍ ເຮັດໃຫ້ເກີດດິນເຈື່ອນ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຈຳນວນຫລວງຫລາຍແກ່ປະຊາຊົນ ອິນໂດເນເຊຍ ທີ່ດຳລົງຊີວິດຢູ່ໃນພື້ນທີ່ດັ່ງກ່າວ.


ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງຍິ່ງມາຍັງ ທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ໂດຍສະເພາະຕໍ່ຜູ້ເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງທ່ານ, ລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນ ຈາກໄພພິບັດຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພວກຂ້າພະເຈົ້າ ຂໍຢູ່ຄຽງຂ້າງ ສາທາລະນະລັດ ອິນໂດເນເຊຍ ແລະ ປະຊາຊົນອິນໂດເນເຊຍ ໃນເວລາແຫ່ງຄວາມຫຍຸ້ງຍາກນີ້.
ໃນວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ນາງ ເຣັດໂນ ມາຊູດີ ລັດຖະມົນຕີຕ່າງປະເທດ ແຫ່ງສາທາລະນະລັດ ອິນໂດເນເຊຍ ຕໍ່ກັບ ເຫດການແຜນດິນໄຫວ ແລະ ດິນເຈື່ອນ ທີ່ເມືອງຈາວາຕາເວັນຕົກ ຂອງອິນໂດເນເຊຍ ໃນວັນທີ 21 ພະຈິກ 2022 ເຊັ່ນດຽວກັນ.