ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ

ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ - image 586 e1669369124924 - ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ
ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ - kitchen vibe - ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ

ນໍ້ເປ້ຈ້າວ ປະເພນີບຸນກິນຈຽງຊົນເຜົ່າມົ້ງ ຊຶ່ງເມື່ອແປຕາມໂຕມີຄວາມໝາຍວ່າ: “ກິນ 30 ໝາຍເຖິງການ ລວມຜົນຜະລິດຈາກການທຳມາຫາກິນຕະຫລອດ 1 ປີຜ່ານມາ ແລະ ເຕົ້າໂຮມຕ້ອນຮັບຍາດມິດພີ່ນ້ອງສະເຫລີມສະຫລອງພາຍໃນເດືອນຈຽງ”. ສຳລັບປີນີ້ ໄດ້ເລີ່ມແຕ່ມື້ອອກໃໝ່ 1 ຄໍ່າເດືອນຈຽງຕາມປະຕິທິນຈັນທະລະຄະຕິ ກົງກັບວັນທີ 24 ພະຈິກ 2022 ຮອດມື້ແຮມ 14 ຄ່ຳເດືອນຈຽງກົງກັບວັນທີ 22 ທັນວາ 2022.

ບຸນກິນຈຽງ ເປັນເວລາພັກດົນໃນຮອບປີຂອງເຜົ່າມົ້ງ ເນື່ອງຈາກເມື່ອກ່ອນປູ່ຍ່າຕາຍາຍ ທຳມາຫາກິນອາ ໄສນອນໄຮ່ນອນນາເປັນປີໆ ບໍ່ມີຮອດໂອກາດໄປຢ້ຽມຢາມຖາມຂ່າວພີ່ນ້ອງ, ບ່າວສາວກໍຕັ້ງໃຈເຮັດໄຮ່ທຳສວນຊ່ວຍພໍ່ແມ່ ຍາກຈະໄດ້ໂອກາດມາພົບໜ້າພໍ້ຕາກັນເພື່ອຄົບຫາດູໃຈຄືປັດຈຸບັນ. ເມື່ອໂອກາດມາບ່າວ ສາວກໍຍາດເວລາທີ່ມີຄວາມໝາຍນີ້ໄປຫລິ້ນໝາກຄອນ ຊຶ່ງເມື່ອກ່ອນຈະເອົາຜ້າເສດມາກໍ້ເປັນໜ່ວຍມົນໆແລ້ວຫຍິບຫຸ້ມຫໍ່ໃຫ້ດີ, ເອົາໄປໂຍນໃຫ້ກັນ ເປັນເຄື່ອງມີສື່ສານໃຫ້ບ່າວສາວໄດ້ຈ້ອງໜ້າເບິ່ງຕາ ແລະ ລົມກັນຕາມພາສາເພິ່ນ ຖ້າມັກຮັກກໍລົມກັນຕໍ່ ແລະ ມາສ້າງຄອບຄົວກັນ. ຂະນະທີ່ຜູ້ຊາຍສ່ວນຫລາຍທີ່ຫວັງສ້າງຄອບຄົວກໍຖືໂອກາດໃນຍາມບຸນກິນຈຽງຫາສາວທີ່ຖືກໃຈເອົາເປັນເມຍ.

ບຸນກິນຈຽງ ແມ່ນເທສະການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ແມ່ນສັນຍະລັກຂອງຄວາມສາມັກຄີ ແມ່ນການພົວພັນຂອງປະຊາຊົນເຜົ່າມົ້ງທີ່ຢູ່ໃກ້ ແລະ ໄກ ໄດ້ພໍ້ໜ້າພໍ້ຕາພົບປະສ້າງສັນ ແລະ ຈັດກິດຈະ ກຳເພື່ອລະນຶກເຖິງບັນພະບຸລຸດຂອງຕົນ, ແມ່ນການສະເຫລີມສະຫລອງຜົນງານການຜະລິດໃນ 1 ປີແລະ ທີ່ສຳຄັນເປັນການອະນຸລັກ ເປັນການສົ່ງເສີມ ເປັນການເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນະທຳທີ່ດີ ງາມຂອງຕົນ. ຂະນະດຽວກັນຖືເປັນສົມມາຄາລະວະຜູ້ອາວຸໂສ, ພໍ່ແມ່, ເຈົ້າກົກເຈົ້າເຫລົ່າ, ຜູ້ນຳໃນວົງຕະ ກຸນທັງເປັນການເຕົ້າໂຮມຍາດຕິພີ່ນ້ອງທັງໃກ້ ແລະ ໄກເພື່ອສະທ້ອໃຫ້ເຫັນເຖິງຄວາມຮັກແພງຄວາມສາ ມັກຄີ ຫລື ເປັນໂອກາດພົບປະສ້າງສັນກັນ. ບຸນປະເພນີກິນຈຽງທີ່ຈັດຂຶ້ນແຕ່ລະປີມີຫລາຍກິດຈະກຳທີ່ໜ້າສົນໃຈ ແລະ ສ້າງຄວາມປະທັບໃຈໃຫ້ແກ່ແຂກຕ່າງບ້ານທານຕ່າງແດນໄດ້ມາສຳພັດບໍ່ວ່າຈະເປັນການຊົນງົວ, ການໂຍນໝາກຄອນ, ການຕີໝາກຄ່າງ, ຍິງໜ້າ…ການສະແດງສິລະປະທີ່ງົດງາມຂອງເຜົ່າ.

ບຸນກິນຈຽງແບ່ງອອກເປັນ 3 ໄລຍະ ໄດ້ແກ່ ໜຶ່ງ ຫົວໜ້າຄອບຄົວ ປັດສິ່ງບໍ່ດີ ຄວາມທຸກຄວາມຍາກໃນຄອບຄົວ ແລະ ໄປສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ຈຸດລວມຂອງແຕ່ຊິງຊາວ. ສອງ ຫົວໜ້າຄອບຄົວເອີ້ນ ຂວັນໃຫ້ແຕ່ລະຄົນຢູ່ເຮືອນໃຫ້ຢູ່ດີມີແຮງ ປັດເປົ່າສິ່ງບໍ່ດີອອກຈາກເຮືອນຊານ ແລະ ກິນເຂົ້າສາມັກຄີ ເອີ້ນວ່າຈຽງໄກ. ສາມ ເປັນໄລຍະພົບປະສ້າງສັນກັບຜູ້ເຖົ້າຜູ້ແກ່-ຊິງຊາວ, ລະຫວ່າງໝູ່ຄູ່ນຳກັນ, ບ່າວ-ສາວໂດຍການໂຍນໝາກຄອນເພື່ອຜູກມັດຄວາມຮັກຄວາມສາມັກຄີກັນ. ນອກນີ້ກໍມີຫລາຍກິດຈະກຳທີ່ໂດດເດັ່ນສ້າງຄວາມສຸກສັນຫັນສາ ຕື່ນຕາຕື່ນໃຈ ບໍ່ວ່າຈະເປັນການສະແດງສິລະປະທີ່ເປັນເອກະລັກຂອງເຜົ່າ ເຊັ່ນຂັບລຳ, ຟ້ອນ, ເປົ່າປີ່ ເປົ່າແຄນ ເປົ່າໃບໄມ້ ເປົ່າຂຸ່ຍ ລວມທັງການຊົນງົວ ການຕີໝາກຄ່າງ ຍິງໜ້າ…

ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ - 4 - ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!