ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11

- news201708282159622 - ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11
- kitchen vibe - ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11

- news201708282159622 300x168 - ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11
ອຸສມານ ເດມເບເລ ປີກ ດາວຮຸ່ງທີມຊາດຝຣັ່ງ ເປີດໂຕ ຢ່າງເປັນທາງການຕໍ່ໜ້າກອງເຊຍເກືອບ 18.000 ຄົນ ໃນ ສະໜາມຄຳນູ ຫຼັງຍ້າຍຈາກ ໂບຣຸສເຊຍ ດອດມຸນ ມາຮ່ວມ ທີມ ບາເຊໂລນາ ດ້ວຍຄ່າໂຕ 97 ລ້ານປອນ.
ດາວເຕະອາຍຸ 20 ປີ ເຊັນສັນຍາກັບ ບາເຊໂລນາ ເປັນເວລາ 5 ປີ ພ້ອມເງື່ອນໄຂ ຄ່າຈີກສັນຍາລະບຸໄວ້ສູງເຖິງ 369 ລ້ານປອນ ຂະນະທີ່ຄາດ ວ່າລາວເອງໄດ້ລົງປະເດີມສະໜາມກັບຕົ້ນສັງກັດໃໝ່ໃນ ເກມລີກທີ່ຈະຕ້ອນຮັບການມາຢາມຂອງ ເອສປັນຢອນ ວັນ ເສົາທີ 9 ກັນຍານີ້.
ສຳລັບ ເດມເບເລ ກາຍ ເປັນນັກເຕະຄ່າໂຕແພງທີ່ສຸດ ອັນດັບ 2 ຂອງໂລກ ຕໍ່ຈາກ ເນມາ ກອງໜ້າ ທີມຊາດບຣາ ຊິລ ທີ່ຍ້າຍຈາກ ບາເຊໂລນາ ໄປ ປາຣິສ ແຊັງແຊັກແມັງ ດ້ວຍຕ່າໂຕ 199 ລ້ານປອນ ໃນໄລຍະເດືອນນີ້.

- 3 - ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11
- Visit Laos Visit SALANA BOUTIQUE HOTEL - ທາງການ, ເດມເບເລ ເປີດໂຕກັບ ບາເຊໂລນາ ໃສ່ເສື້ອເບີ 11
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!