ຄະນະປະຈຳສະພາແຫ່ງຊາດ ສະເໜີລັດຖະບານແກ້ໄຂບາງຂໍ້ຄົງຄ້າງເພື່ອຮັບປະກັນບໍ່ໃຫ້ປະເທດພວກເຮົາເຂົ້າສູ່ວິກິດ


ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2023 ໃຫ້ບັນລຸແຜນ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂເພີ່ມບາງບັນຫາໂດຍສະເພາະບັນດາຂໍ້ຄົງຄ້າງ, ອຸປະສັກ ແລະ ຂອດອຸດຕັນການຈັດຕັ້ງປະຕິບັດໄລຍະຜ່ານມາທັງເອົາໃຈໃສ່ຕິດຕາມສະພາບເສດຖະກິດໂລກຢ່າງໃກ້ຊິດ, ຫັນເອົາສິ່ງທ້າທາຍເປັນກາລະໂອກາດພັດທະນາ ປະ ເທດ ເພື່ອມີມາດຕະການຮັບມືແຕ່ຫົວທີ ແລະ ທັນການພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດເປັນວຽກບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດໃຫ້ຄືບໜ້າຫລາຍຂຶ້ນ.
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ກ່າວຕື່ມວ່າ: ເພື່ອຮັບປະກັນບໍ່ໃຫ້ປະເທດພວກ ເຮົາເຂົ້າສູ່ວິກິດ, ສະເໜີລັດຖະບານເອົາໃຈໃສ່ສ້າງແຜນ ແລະ ຄົ້ນຄວ້າມາດຕະການຈັດຫາແຫລ່ງທຶນກູ້ຢືມ 41.152 ຕື້ກີບໂດຍການລະດົມແຫລ່ງທຶນຈາກພາຍໃນເປັນຕົ້ນຕໍ, ຄົ້ນຄວ້າຂໍ້ສະເໜີການປະຕິຮູບບັນ ດາລັດວິສາຫະກິດທີ່ຫລຸບທຶນຢ່າງຈິງຈັງ, ແກ້ໄຂຜົນການກວດສອບກວດກາຢ່າງເຂັ້ມງວດແລະ ເດັດຂາດຕາມກົດໝາຍ, ຄຸ້ມຄອງງົບປະມານແຫ່ງລັດໂດຍສະເພາະການເກັບລາຍຮັບຂອງຖານລາຍຮັບທີ່ມີຢູ່ປັດຈຸບັນໃຫ້ຄົບຖ້ວນຕາມມະຕິສະພາແຫ່ງຊາດ; ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມລວມທັງພາກລັດ, ເອກະຊົນ, ຜູ້ປະກອບການ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າປະຕິບັດນະໂຍບາຍປະຢັດມັດທະຍັດດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ, ຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງຄວາມຮັກຊາດໃຫ້ສູງຂຶ້ນ;ປະ ຕິບັດຄາດໝາຍດ້ານເງິນຕາເພື່ອໃຫ້ເສດຖະກິດມະຫາພາກໝັ້ນທ່ຽງ ແລະ ແກ້ໄຂບັນຫາເຄັ່ງຮ້ອນໃນປັດ ຈຸບັນໃຫ້ທັນການ; ຈັດສັນ ແລະຄຸ້ມຄອງແຫລ່ງທຶນຕ່າງໆໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ, ຫລັກການ ແລະ ເປົ້າໝາຍການພັດທະນາ, ຄົ້ນຄວ້າລະດົມທຶນຈາກບັນດາພາກສ່ວນເສດຖະກິດພາຍໃນ ແລະ ຕ່າງປະເທດ.
ທ່ານ ສົມມາດ ພົນເສນາ ຢ້ຳໃຫ້ລັດຖະບານເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດຢ່າງເຂັ້ມງວດ, ລົງທຶນຕາມຄວາມສາມາດຊຳລະສະສາງເປັນຫລັກ ເພື່ອແບ່ງປັນແຈກຢາຍ ແລະ ເອົາໃຈໃສ່ເພີ່ມອັດຕາສ່ວນການແກ້ໄຂໜີ້ສິນໃຫ້ໂຄງການສຳເລັດ 100%; ປະຕິບັດຄາດໝາຍຂະແໜງການເສດຖະກິດ, ໃນນີ້ສືບຕໍ່ຄົ້ນຄວ້າມາດຕະການນຳໃຊ້ທ່າແຮງໄດ້ປຽບຂອງປະເທດ; ສືບຕໍ່ປະຕິບັດຄາດໝາຍໃນຂົງວັດທະນະທຳສັງຄົມ, ສິ່ງແວດລ້ອມທີ່ບໍ່ບັນລຸຄາດໝາຍຕາມມະຕິສະພາແຫ່ງຊາດ ແລະ ບັນດາຄາດໝາຍໃໝ່ທີ່ຈະກຳນົດໃນແຜນປີ 2023 ໃຫ້ບັນລຸຕາມແຜນ. ນອກນີ້ໃຫ້ປະເມີນຄວາມຄືບໜ້າ ແລະ ສືບຕໍ່ປະຕິບັດວຽກງານຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ເຂດຈຸດສຸມ ແລະ ເມືອງເປົ້າໝາຍທີ່ໄດ້ກຳນົດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ຊຸກຍູ້ປະຕິບັດສັນຍາສະໜອງສິນຄ້າ, ພະລັງງານທີ່ ສປປ ລາວ ມີພັນທະກັບຕ່າງປະເທດ, ເປັນເຈົ້າການຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນການຊ່ວຍ ເຫລືອ ແລະ ໂຄງການລົງທຶນຈາກຕ່າງປະເທດ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ມີປະສິດທິຜົນສູງສຸດ. ສິ່ງສຳຄັນໃຫ້ຄຸ້ມຄອງບໍລິຫານລັດດ້ວຍກົດໝາຍໃຫ້ສັກສິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນທຸກຂົງເຂດຂອງສັງຄົມໃຫ້ໄປຕາມກົດໝາຍ, ຕາມຫລັກການເດັດຂາດ, ໂປ່ງໃສ ແລະເປັນ ມືອາຊີບ, ມີປະສິດທິພາບປະສິດທິຜົນສູງ ແລະ ເຂັ້ມງວດ; ປະຕິບັດວຽກງານ 3 ສ້າງຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຈຸດສຸມ, ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນທ້ອງຖິ່ນເປັນເຈົ້າການພັດທະນາທ້ອງຖິ່ນຫລາຍຂຶ້ນ.