G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ

G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ - kitchen vibe - G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 12 ທັນວາ 2022 ນີ້ ນາຍົກລັດຖະມົນຕີເຢຍລະມັນໄດ້ເປີດເຜີຍຄວາມສຳເລັດຂອງກຸ່ມປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກ 7 ປະເທດ ຫລື ກຸ່ມ G7 ທີ່ໄດ້ເລີ່ມຈັດຕັ້ງໜ່ວຍງານລະຫວ່າງປະເທດໃນການຕໍ່ສູ້ກັບພາວະໂລກຮ້ອນ ໂດຍລະບຸວ່າ ສິ່ງນີ້ບໍ່ໄດ້ເປັນພຽງຄວາມລິເລີ່ມສະເພາະໃນກຸ່ມ G7 ແຕ່ຕ້ອງການໃຫ້ເປັນໂຄງການຄວາມລິເລີ່ມລະດັບໂລກ ເນື່ອງຈາກທຸກຄົນມີສ່ວນສຳຄັນໃນການບັນລຸເປົ້າໝາຍສະພາບພູມອາກາດໂລກ.

ລາຍງານລະບຸວ່າ: ເຢຍລະມັນຮັບໜ້າທີ່ເປັນປະທານ G7 ຈົນເຖິງທ້າຍປີນີ້ ແລະ ໄດ້ມອບຕຳແໜ່ງປະທານຕໍ່ໃຫ້ຍີ່ປຸ່ນ ຂະນະທີ່ໜ່ວຍງານຕ້ານໂລກຮ້ອນຂອງກຸ່ມ G7 ຈະເນັ້ນໄປທີ່ການສະໜັບສະໜູນດຳເນີນການ ຕາມສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງສະພາບອາກາດຂອງໂລກໃນປີ 2015 ນອກຈາກນີ້ຈະຊ່ວຍເລັ່ງການປ່ຽນແປງພາກອຸດສາຫະກຳໄປສູ່ການໃຊ້ພະລັງງານສະອາດ ແລະ ການພັດທະນາ ມາດຕະການຫລຸດການປ່ອຍກ໊າສຄາບອນ ເນັ້ນການຜະລິດພະລັງງານທາງເລືອກ ລວມທັງພະລັງງານແສງຕາເວັນ ແລະ ພະລັງງານລົມ.

G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ - Visit Laos Visit SALANA BOUTIQUE HOTEL - G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ
G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ - 4 - G7 ຈັດຕັ້ງໜ່ວຍງານໃໝ່ ເພື່ອຕ້ານກັບພາວະໂລກຮ້ອນ ໂດຍສະເພາະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!