ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ

ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ - 696 e1671095254205 - ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ
ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ - kitchen vibe - ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ທີ່ນະຄອນຫລວງບຣຸກແຊນ, ປະເທດແບນຊິກ, ລະຫວ່າງວັນທີ 12-16 ທັນວາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການຕາມຄຳເຊື້ອເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນເຊົ້າຂອງວັນທີ 14 ທັນວາ 2022.

ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍອີກຄັ້ງ, ການພົບປະໃນຮູບແບບນີ້ກໍມີແຕ່ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການຢືນຢັນໃຫ້ສາກົນໄດ້ເຫັນວ່າ 3 ປະເທດ ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍຕະຫລອດມາ.

ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ

ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ - 954 e1671095285912 - ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ

ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ຈະສືບຕໍ່ຮ່ວມມືກັນກັນຢ່າງໃກ້ຊິດໃນທຸກການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ, ທັງຈະຊ່ວຍເພີ່ມກໍາລັງແຮງ ແລະ ສຽງໜັກແໜ້ນໃຫ້ແກ່ 3 ປະເທດ ໃນເວທີພາກພື້ນ ແລະ ສາກົນ.

ໂອກາດດຽວກັນ, ຝ່າຍລາວໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດຢ່າງໜັກໜ່ວງຢູ່ລາວ ເຊິ່ງເຮັດໃຫ້ ສປປ ລາວສາມາດຄວບຄຸມການແຜ່ລະບາດ ແລະ ສາມາດເປີດປະເທດໄດ້ຢ່າງເຕັມຮູບແບບໃນປັດຈຸບັນ ແລະ ກໍຂໍສະແດງຄວາມຊົມເຊີຍ ກຳປູເຈຍ ທີ່ໄດ້ສໍາເລັດໜ້າທີ່ການເປັນປະທານອາຊຽນ ໃນປີ 2022 ຢ່າງມີຜົນສໍາເລັດຈົບງາມ. ພ້ອມນີ້, ສາມຝ່າຍ ກໍໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງສາມປະເທດ ໃນຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ (CLV) ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ທັງປຶກສາຫາລືເຖິງທິດທາງແຜນການ ພົວພັນຮ່ວມມືນໍາກັນໃນຕໍ່ໜ້າ ລະ ຫວ່າງສາມປະເທດ.

ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ - 5 - ນາຍົກລັດຖະມົນຕີ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ຖານສະຫາຍອ້າຍນ້ອງຊ່ວຍເຫລືອເຊິ່ງກັນ ແລະ ກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!