ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ

ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ -  e1671603198592 - ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ
ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ - kitchen vibe - ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ພະຈິກ 2022 ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 519 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 564 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາສະຫາລັດ.

ສຳລັບສິນຄ້າສົ່ງອອກທັງໝົດ ປະມານ 519 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງອອກ 10 ອັນດັບພາຍໃນເດືອນໄດ້ແກ່: ຄຳປະສົມ ແລະ ຄຳແທ່ງ 63 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 54 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 44 ລ້ານໂດລາສະຫະລັດ, ຢາງພາລາ 41 ລ້ານໂດລາສະຫະລັດ, ເກືອກາລີ 37 ລ້ານໂດລາສະຫະລັດ, ແຮ່ທອງ 31 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 23 ລ້ານໂດລາສະຫະລັດ, ນ້ຳຕານ 22 ລ້ານໂດລາສະຫະລັດ, ເກີບ 19 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 15 ລ້ານໂດລາສະຫະລັດ.

ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ - Visit Laos Visit SALANA BOUTIQUE HOTEL - ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ

ສ່ວນສິນຄ້ານຳເຂົ້າທັງໝົດປະມານ 564 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າທີ່ສົ່ງນໍາເຂົ້າ 10 ອັນດັບພາຍໃນເດືອນໄດ້ແກ່: ນ້ຳມັນກາຊວນ 85 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 51 ລ້ານໂດລາສະຫະລັດ, ພາຫະນະທາງບົກ 35 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫລື ເຄິ່ງປະເສີດ 29 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 23 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 18 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 18 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ  18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 18 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫລ່ລົດ 17 ລ້ານໂດລາສະຫະລັດ.

ທັງໝົດນີ້, ປະເທດ ທີ່ ສປປ ລາວ ສົ່ງອອກ 5 ອັນດັບພາຍໃນເດືອນ ໄດ້ແກ່: ຈີນ 218 ລ້ານໂດລາສະຫະລັດ, ຫວຽດນາມ 107 ລ້ານໂດລາສະຫະລັດ, ໄທ 62 ລ້ານໂດລາສະຫະລັດ, ອົດສະຕາລີ 40 ລ້ານໂດລາສະຫະລັດ ແລະ ຮົງກົງ 16 ລ້ານໂດລາສະຫະລັດ ແລະ ປະເທດ ທີ່ ສປປ ລາວ ນໍາເຂົ້າ 5 ອັນດັບພາຍໃນເດືອນ ໄດ້ແກ່: ໄທ 277 ລ້ານໂດລາສະຫະລັດ, ຈີນ 145 ລ້ານໂດລາສະຫະລັດ, ສະວິດເຊີແລນ 30 ລ້ານໂດລາສະຫະລັດ, ຫວຽດນາມ 24 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 22 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 11 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫລັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

 

ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ - 4 - ເດືອນພະຈິກ 2022 ສປປ ລາວ ມີມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ ປະມານ 1.083 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!