ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023

ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 -                  scaled - ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023
ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 - kitchen vibe - ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023
ວັນທີ 28 ທັນວາ 2022 ທ່ານ ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າ ກອງບັນຊາການ ປກສ ນວ ຫົວໜ້າຫ້ອງຕຳຫລວດ ຖະແຫລງຂ່າວວ່າ: ອີງຕາມ ແຈ້ງການຂອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ແລະ ອີງຕາມ ແຜນການເຄື່ອນໄຫວ ຂອງກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ເພື່ອປ້ອງກັນຄວາມສະຫງົບປອດໄພ ໃນການສະເຫລີມສະຫລອງສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີ ໃໝ່ 2023 , ບຸນນໍເປເຈົ້າ ແລະ ບຸນກະເລີ ມີບັນດາຂໍ້ແນະນໍາ ແລະ ຂໍ້ຫ້າມ ຄື:
4 ຂໍ້ແນະນໍາ:
1. ແຕ່ລະຄອບຄົວ ບ້ານ ສຳນັກງານອົງການ ໂຮງຈັກ-ໂຮງແຮມ ໂຮງຮຽນ ໂຮງໝໍ ການຈັດ ຕັ້ງສາກົນ ແລະ ການຈັດຕັ້ງສັງຄົມຢູ່ນະຄອນຫລວງວຽງຈັນໃຫ້ມີສະຕິກົດໝາຍ ລະບຽບການດໍາລົງຊີວິດຂອງສັງຄົມຕ່າງໆທີ່ອົງການປົກຄອງໄດ້ວາງອອກຢ່າງເຂັມງວດ.
2. ຍົກສູງສະຕິລະວັງຕົວເປັນເຈົ້າການປົກປັກຮັກສາມ້ຽນມັດວັດຖຸສິ່ງຂອງທີ່ເປັນຊັບສົມບັດທີ່ມີຄ່າຂອງຕົນໃຫ້ດີເປັນຕົ້ນແມ່ນພາຫະນະລົດຈັກ ກວດກາການນໍາໃຊ້ກະແສໄຟຟ້າ ການຈູດທູບທຽນບູຊາຢູ່ໃນເຮືອນເພື່ອປ້ອງກັນບໍ່ໃຫ້ເກີດອັກຄີໄພ ແລະ ໃຫ້ມີຄວາມລະມັດລະວັງຕໍ່ພວກຄົນບໍ່ດີ ສວຍໂອກາດ ເຄື່ອນໄຫວກໍ່ອາສະຍາກຳປຸ້ນຊັບ ຊີງຊັບ ລັກຊັບ ດຶງກະເປົ່າ ແລະ ອື່ນໆ.
3. ເອົາໃຈໃສ່ໃນການເຮັດໜ້າທີ່ ປ້ອງກັນເວນຍາມ ສໍານັກງານອົງການ ກຸ່ມບ້ານ ບ້ານ ຈັດຕັ້ງອອກກວດກາເວນຕາມຈຸດມີຄວາມຫລໍ່ແຫລມ ມີຄວາມສ່ຽງ.
4. ພ້ອມກັນຈັດຕັ້ງປະຕິບັດ ລະບຽບການ ຂອງພະແນກອຸດສາຫະກໍາ-ການຄ້າ ນະຄອນຫລວງວຽງຈັນ ກ່ຽວກັບການຫ້າມນໍາເຂົ້າ ບໍລິການຊື້ຂາຍ ແລະ ຈູດທາດແຕກ ຫລື ໝາກກະໂພກທຸກຊະນິດ.
4 ຂໍ້ຫ້າມ:
1. ຫ້າມນໍາເຂົ້າ ຊື້ຂາຍ ຈໍາໝ່າຍ ແລະ ຈຸດໝາກກະໂພກ ຫຼື ທາດແຕກທຸກຊະນິດຢ່າງເດັດຂາດ.
2. ຫ້າມນຳໃຊ້ທາດລະເບີດ ທາດແຕກ ທາດເຫລື້ອ ເຄມີ ວັດຖຸກຳມັດຕະພາບລັງສີ ແລະ ວັດຖຸອອກລິດຕໍ່ຈິດຕະສາດ ກໍ່ໃຫ້ເກີດຜົນກະທົບຕໍ່ຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ.
3. ຫ້າມ ຂັບຂີ່ລົດໃນສະພາບມຶນເມົາ ຫ້າມຂັບຂີ່ລົດເປັນກຸ່ມ ຂັບຂີ່ລົດແຂ່ງກັນ ຂີ່ລົດກວນເມືອງ ແລະ ການຂັບຂີ່ລົດທີ່ມີພຶດຕິກໍາ ຜິດກົດໝາຍລະບຽບການສັນຈອນ.
4. ຫ້າມຂັບຂີ່ລົດໄຊ້ຄວາມໄວເກີນກໍານົດ ຫລື ຂັບຂີ່ແຊງຊາຍ ແຊງຂວາ ເປີດສຽງດັງຕາມເສັ້ນທາງຫລວງ.
ໃນກໍລະນີເຈົ້າໜ້າທີ່ພົບເຫັນການປະພຶດ ການປະຕິບັດທີ່ເປັນການລະເມີດແຈ້ງການຈະຕ້ອງນໍາໃຊ້ມາດຕະການສຶກສາອົບຮົມ ກ່າວເຕືອນປັບໃໝຕາມລະບຽບການ ກໍລະນີ້ຮ້າຍແຮງຕ້ອງດຳເນີນ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.
ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 - 5 - ປກສ ນວ ອອກ 4ຂໍ້ແນະນຳ ແລະ 4ຂໍ້ຫ້າມ ໃນການສະເຫລີມສະຫອງ ວັນສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!