ຄົນຮ້າຍໂຈມຕີຄຸກໃນແມັກຊິກ ເສຍຊີວິດຢ່າງໜ້ອຍ 14 ຄົນ ນັກໂທດບາງສ່ວນຫລົບໜີ


ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ສ່ວນຫລາຍເປັນເຈົ້າໜ້າທີ່ຂອງຄຸກແຫ່ງໜຶ່ງ ທາງເໜືອຂອງແມັກຊິກ ຫລັງຄົນຮ້າຍຍັງບໍ່ຮູ້ຝ່າຍບຸກໂຈມຕີ ຂະນະທີ່ເຈົ້າໜ້າທີ່ເລັ່ງນຳຈັບນັກໂທດທີ່ສວຍໂອກາດຫລົບໜີ.
ວັນທີ 2 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານໄອຍະການລັດຊິວາວາ ຕັ້ງຢູ່ທາງເໜືອຂອງແມັກຊິກ ລາຍງານການເກີດເຫດ ກຸ່ມຄົນຕິດອາວຸດຍັງບໍ່ຮູ້ຝ່າຍ ບຸກໂຈມຕີຄຸກໃນເມືອງຮົວເຣ ໃນວັນທີ 1 ມັງກອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແບ່ງເປັນນັກໂທດ 4 ຄົນ ສ່ວນເຫລືອອີກ 10 ຄົນ ເປັນເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຄຸກດັ່ງກ່າວ.
ຂະນະທີ່ມີລາຍງານຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 13 ຄົນ ແລະ ນັກໂທດອີກຢ່າງໜ້ອຍ 24 ຄົນ ອາໄສຈັງຫວະວຸ້ນວາຍຫລົບໜີໄປໄດ້ ເຊິ່ງເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມນໍາຈັບ.
ທັງນີ້, ກ່ອນເກີດເຫດຮຸນແຮງຢູ່ຄຸກແຫ່ງນີ້ພຽງບໍ່ດົນ ຕໍາຫລວດໃນເມືອງຮົວເຣຈັບກຸມຜູ້ຊາຍ 4 ຄົນ ແລະ ຢຶດຂອງກາງເປັນລົດບັນທຸກຄັນໜຶ່ງ ໂດຍເຈົ້າໜ້າທີ່ກ່າວຫາກຸ່ມຄົນເຫລົ່ານີ້ພະຍາຍາມໂຈມຕີສະຖານີຕຳຫລວດ. ນອກຈາກນີ້ ມີລາຍງານຄົນຂັບລົດບັນທຸກເສຍຊີວິດ 2 ຄົນ “ຈາກເຫດຮ້າຍ” ເຊິ່ງເກີດຂຶ້ນໃນເຂດໜຶ່ງຂອງເມືອງ.
ເຖິງຢ່າງໃດກໍຕາມ, ພະນັກງານສອບສວນຍັງປະຕິເສດໃຫ້ຄວາມເຫັນຢ່າງເປັນທາງການ ວ່າທັງສາມເຫດການມີການກ່ຽວຂ້ອງກັນ ຫລື ບໍ່.