ການນໍາເມືອງໄຊຈຳພອນ ພ້ອມດ້ວຍຄະນະໄພພິບັດຂັ້ນເມືອງ ລົງມອບເຄື່ອງຊ່ວຍເຫລືອຄອບຄົວເກີດອັກຄີໄພ


ວັນທີ 27 ທັນວາ 2022, ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະໄພພິບັດຂັ້ນເມືອງ ໄດ້ນໍາເອົາເຄື່ອງຊ່ວຍເຫລືອບັນເທົາທຸກມອບໃຫ້ຄອບຄົວທີ່ຖືກເຄາະຮ້າຍຈາກເຫດອັກຄີໄພ (ໄຟໄໝ້ເຮືອນ) 2 ຫລັງ (ເປັນເຮືອນປູໄມ້ແປ້ນ ແອມດ້ວຍເຄິ່ງແປ້ນເຄິ່ງຝາກະແຕະ ແລະ ມຸ້ງດ້ວຍໃບຄໍ້) ໃນຄືນວັນທີ 25 ທັນວາ 2022 ຜ່ານມາ ເສຍຫາຍ 1 ຫລັງ ແລະ 1 ຫລັງໄຟໄໝ້ພຽງຫລັງຄາເຮືອນດ້ວຍການຊ່ວຍເຫລືອຂອງປະຊາຊົນ.
ເພື່ອເປັນການຊ່ວຍເຫລືອບັນເທົາທຸກ ແລະ ອົບອຸ່ນຈິດໃຈໃນເບື້ອງຕົ້ນ ແກ່ຄອບຄົວຜູ້ທີ່ຖືກເຄາະຮ້າຍໃນຄັ້ງນີ້, ການນຳຂອງເມືອງ ແລະ ຄະນະໄພພິບັດຂັ້ນເມືອງ ເຫັນໄດ້ເຖິງຄວາມສຳຄັນ ຈຶ່ງໄດ້ເຄື່ອນໄຫວນຳພາຂະບວນການລົງເຖິງຈຸດເກີດເຫດການ ທີ່ບ້ານສົບເຕິ່ງ ເມືອງໄຊຈຳພອນ ເພື່ອໃຫ້ທັນກັບເຫດການ ແລະ ສະພາບການຕົວຈິງ, ພ້ອມທັງໄດ້ສະແດງຄວາມເສົ້າ ແລະ ເຫັນໃຈຕໍ່ກັບເຫດການທີ່ບໍ່ເພິງປາຖະໜາ ພ້ອມທັງໃຫ້ກໍາລັງໃຈແກ່ຄອບຄົວຜູ້ທີ່ປະສົບອັກຄີໄພຈົ່ງສູ້ຊົນຜ່ານຜ່າຄວາມຫຍຸ້ງຫຍາກລຳບາກໃນຄັ້ງນີ້ໃຫ້ຜ່ານພົ້ນໄປດ້ວຍດີ ແລະ ກັບມາດຳເນີນວິຖີຊີວິດແບບໃໝ່ທີ່ດີກວ່າເກົ່າ, ໂດຍເຄື່ອງນຳໄປຊ່ວຍເຫລືອ ປະກອບມີ: ເຂົ້າສານ, ຜ້າຫົ່ມ, ເຄື່ອງນຸ່ງຫົ່ມ ພ້ອມດ້ວຍເຄື່ອງໃຊ້ຄົວເຮືອນ ມອບໃຫ້ແກ່ຄອບຄົວຜູ້ທີ່ປະສົບເຄາະຮ້າຍດັ່ງກ່າວ.