ວັກຊີນ ບໍ່ວ່າຈະເປັນຊະນິດໃດກໍຕາມ ເມື່ອຜ່ານໄປ 3 ເດືອນພູມຕ້ານທານກັນກໍຈະຫຼຸດລົງ

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່າວເນັ້ນເນື່ອງໃນພິທີຖະແຫລງຂ່າວປະຈຳວັນທີ 22 ເມສາ 2022 ຜ່ານມານີ້ວ່າ: ໃນສະພາບການລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງໃນສັງຄົມ ດັ່ງນັ້ນ, ຂໍໃຫ້ທຸກຄົນຈົ່ງພ້ອມໃຈກັນປະຕິບັດມາດຕະການປ້ອງກັນໂຕເອງ ຢ່າງເຂັ້ມງວດ. ເພື່ອປ້ອງກັນບໍ່ໃຫ້ມີຄວາມສ່ຽງທີ່ຈະຕິດພະຍາດ ເພາະວ່າຖ້າຫາກມີການຕິດເຊື້ອ ໝາຍຄວາມວ່າ: ຄົນໃນຄອບຄົວ ແລະ ຄົນໃກ້ຊິດທ່ານ ກໍຈະມີຄວາມສ່ຽງສູງທີ່ຈະຕິດເຊື້ອຈາກທ່ານໄດ້ເຊັ່ນດຽວກັນ. ພ້ອມນີ້ຄວາມສ່ຽງກໍຈະຍິ່ງເພີ່ມສູງຂຶ້ນ ຖ້າຫາກຄົນໃນຄອບຄົວມີຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ ແລະ ຜູ້ທີ່ຍັງບໍ່ໄດ້ຮັບວັກຊີນ ຖ້າມີການຕິດເຊື້ອໃນກຸ່ມຄົນເຫຼົ່ານີ້ແມ່ນມີຄວາມສ່ຽງທີ່ຈະກ້າວໄປເຖິງມີອາການຮຸນແຮງ ແລະ ເສຍຊີວິດໄດ້.
ປັດຈຸບັນ ຍັງມີລາຍງານການລະບາດຂອງສາຍພັນໂອໄມຄຣອນຢູ່ໃນຫຼາຍປະເທດທົ່ວໂລກ, ສະນັ້ນ, ການຮັບວັກຊີນເຂັມກະຕຸ້ນ ຈຶ່ງມີຄວາມສຳຄັນຫຼາຍ ເພາະວ່າເຖິງທ່ານໄດ້ຮັບວັກຊີນຄົບທຸກເຂັມທີ່ແນະນຳ ບໍ່ວ່າຈະເປັນຊະນິດໃດກໍຕາມ ເມື່ອຜ່ານໄປ 3 ເດືອນພູມຕ້ານທານກໍຈະຫຼຸດລົງ.
ສະນັ້ນ, ຈຶ່ງມີຄວາມຈໍາເປັນຄວນໄປຮັບວັກຊີນເຂັມກະຕຸ້ນ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອ ຫຼື ຄວາມຮຸນແຮງພາຍຫຼັງຕິດເຊື້ອ ແລະ ການເສຍຊີວິດ. ພວກເຮົາທຸກຄົນຕ້ອງໄດ້ມີສະຕິໃນການປ້ອງກັນຕົວເອງຢ່າງເຂັ້ມງວດ, ສືບຕໍ່ປັບຕົວ ແລະ ປັບປ່ຽນຮູບແບບການດຳລົງຊີວິດ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19 ໄດ້ຢ່າງປອດໄພ ລວມທັງຕໍ່ຕົນເອງ ແລະ ບຸກຄົນອ້ອມຂ້າງໃຫ້ກາຍເປັນຄວາມຊີນເຄີຍ ໃນການດຳລົງຊີວິດປົກກະຕິແບບໃໝ່ ມາດຕະການສໍາຄັນອີກຢ່າງໜຶ່ງແມ່ນທຸກຄົນຕ້ອງຮ່ວມແຮງຮ່ວມໃຈ ພ້ອມກັນໄປສັກວັກຊີນໃຫ້ຄົບໂດສລວມທັງເຂັມກະຕຸ້ນ.