ມາຄັສ ແຣສຟອດ ແຊ່ໄນໂຕຣເຈນເຫລວ ອຸນຫະພູມ -113 ອົງສາ ເພື່ອຟື້ນຟູ ແລະ ຫລຸດການອັກເສບຂອງຮ່າງກາຍ


ການຍິງປະຕູຢ່າງຕໍ່ເນື່ອງຂອງ ມາຄັສ ແຣສຟອດ ມີເບື້ອງຫລັງທີ່ຊ່ວຍຝຶກຝົນໃຫ້ລາວເປັນນັກເຕະອັນດັບຕົ້ນໆ ເພາະ 10 ປະຕູຈາກ 10 ນັດຫລັງສຸດທີ່ໄດ້ລົງສະໜາມບໍ່ໄດ້ມາງ່າຍໆ ເພາະເມື່ອ 2 ມື້ກ່ອນລາວໂພສຮູບກຳລັງນັ່ງແຊ່ຢູ່ໃນເຄື່ອງບາງຢ່າງພ້ອມກັບ ຄຳບັນຍາຍວ່າ “ຟື້ນຟູຮ່າງກາຍ” ເຮັດໃຫ້ແຟນໆສົງໄສວ່ານັກເຕະໄວ 25 ປີກໍາລັງເຮັດຫຍັງ.
ແລ້ວຄຳຕອບກໍຖືກເປີດເຜີຍໂດຍສຳນັກຂ່າວ Sportsmail ອະທິບາຍວ່າ ເຄື່ອງທີ່ ແຣສຟອດ ໃຊ້ນັ້ນຄືເຄື່ອງ cryosauna ເຊິ່ງເປັນຂະບວນການຮັກສາຮ່າງກາຍໂດຍການແຊ່ຮ່າງກາຍດ້ວຍໄນໂຕຣເຈນຂອງເຫລວທີ່ອຸນຫະພູມຕໍ່າກວ່າ -130 ອົງສາເປັນເວລາ 3 ນາທີ. ຫລັງຈາກອອກກຳລັງກາຍຢ່າງໜັກເພື່ອຊ່ວຍຫລຸດຜ່ອນການອັກເສບຂອງຮ່າງກາຍ ແລະ ຟື້ນຟູກ້າມເນື້ອ ລວມທັງຊ່ວຍໃຫ້ອັດຕາການເຕັ້ນຂອງຫົວໃຈກັບຄືນສູ່ປົກກະຕິ.
ສໍາລັບເຄື່ອງ Cryosauna, ມີຄຸນສົມບັດເພີ່ມປະສິດທິພາບຂອງນັກກິລາໂດຍການຊ່ວຍບັນເທົາຄວາມເຈັບປວດ ຮັກສາຄວາມແຂງແຮງຂອງກ້າມຊີ້ນ ແລະ ເພີ່ມພູມຕ້ານທານຂອງຮ່າງກາຍ. ນອກຈາກນີ້ຍັງມີສ່ວນເຮັດໃຫ້ນັກກິລາມີສະມາທິຫລາຍຂຶ້ນ.