ເກີດແຜ່ນດິນໄຫວ ໃນບໍລິເວນແຂວງຜົ້ງສາລີ ຄວາມແຮງສັ່ນສະເທືອນ 3.2 ຣິກເຕີ
February 1, 2023 - 10:20 AM

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 1 ກຸມພາ 2023 ເວລາ 08:15 ໂມງ ໄດ້ພົບສັນຍານເກີດແຜ່ນດິນໄຫວ 1 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ ມີຈຸດສູນກາງສັ້ນຂະໜານທີ່ 22.160 ອົງສາ ເໜືອ ແລະ ເສັ້ນແວງທີ່ 101.677 ອົງສາຕາເວັນອອກ ຄວາມແຮງສັ່ນ ສະເທືອນວັດແທກໄດ້ 3.2 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍຍຸ້ມ ເມືອງຍອດອູ ແຂວງຜົ້ງສາລີ ເຊີ່ງຈຸດເກິດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານ ເມືອງຍອດອູ ປະມານ 12 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.