ທະນາຄານກາງສະຫະລັດອາເມລິກາ ປັບຂຶ້ນດອກເບ້ຍພື້ນຖານຕື່ມ 0,25% ຈາກ 4,50% ເປັນ 4,75% ຕໍ່ປີ

ສຳນັກຂ່າວຣອຍເຕີ ລາຍງານວ່າ: ວັນທີ 1 ກຸມພາ 2023 ນີ້ ຄະນະກຳມະການນະໂຍບາຍດ້ານການເງິນ ລະບົບທະນາຄານກາງຂອງສະຫະລັດອາເມລິກາ (FOMC) ມີມະຕິຂຶ້ນດອກເບ້ຍນະໂຍບາຍຕື່ມ 0,25% ຈາກ 4,50% ເປັນ 4,75% ຕໍ່ປີ.
ການປັບຂຶ້ນດອກເບ້ຍຄັ້ງດັ່ງກ່າວນີ້ ເປັນຄັ້ງທຳອິດຂອງປີ 2023 ເປົ້າໝາຍກໍເພື່ອສະກັດກັ້ນບັນຫາອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບ 40 ປີ ຂອງສະຫະລັດອາເມລິກາ.
ທະນາຄານກາງສະຫະລັດຖະແຫລງວ່າ ການປັບຂຶ້ນດອກເບ້ຍ ຍັງຢູ່ໃນຂອບເຂດເປົ້າໝາຍທີ່ເໝາະສົມຕໍ່ການຄວບຄຸມເງິນເຟີ້ ເຊິ່ງຄາດການວ່າໃນອະນາຄົດຂ້າງໜ້າຈະປັບຂຶ້ນດອກເບ້ຍຕື່ມອີກໃນອັດຕາ 0,25%.
ໃນໄລຍະຜ່ານມາ ທະນາຄານກາງສະຫະລັດ ຫວັງວ່າການກຳນົດແຜນການຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນຂອບເຂດ 2% ໂດຍບໍ່ນຳພາເສດຖະກິດສະຫະລັດເຂົ້າສູ່ພາວະຖົດຖອຍ ຫລື ສົ່ງຜົນໃຫ້ອັດຕາການວ່າງງານພາຍໃນປະເທດຂຶ້ນເປັນ 3,5% ແຕ່ໃນຂະນະດຽວກັນອັດຕາເງິນເຟີ້ໃນໄລຍະ 6 ເດືອນຜານມາມີການປັບລົງຢ່າງຕໍ່ເນື່ອງ.
ນອກຈາກນີ້ ການປະຊຸມຄັ້ງຫລ້າສຸດຂອງ ທະນາຄານກາງສະຫະລັດ ບໍ່ໄດ້ມີການປັບຄາດການຂະຫຍາຍຕົວທາງດ້ານເສດຖະກິດແຕ່ຢ່າງໃດ ມີແຕ່ລະບຸວ່າເສດຖະກິດອາເມລິກາຍັງມີການຂະຫຍາຍຕົວພໍປະມານ ແລະ ຕະຫລາດແຮງງານຍັງເຂັ້ມແຂງ ແຕ່ກໍບໍ່ໄດ້ປະໝາດ ໃຫ້ລະມັດລະວັງດ້ານຄວາມສ່ຽງເງິນເຟີ້ ເນື່ອງຈາກປັດໄຈພາຍນອກ ໂດຍສະເພາະສົງຄາມຢູເຄຣນ ຍັງມີຜົນກະທົບຕໍ່ເສດຖະກິດຂອງອາເມລິກາໂດຍກົງ ແລະ ເປັນຄວາມບໍ່ແນ່ນອນຂອງເສດຖະກິດໂລກອີກດ້ວຍ.