ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ

ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ - 327573731 858637115444798 1243974328147000049 n - ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ
ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ - kitchen vibe - ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ

ທຸລະກິດການຄ້າຂາຍຢູ່ໃນນະຄອນຫລວງວຽງຈັນ ນັບມື້ເຫັນວ່າມີບັນຍາກາດດີຂຶ້ນ, ພາຍຫລັງການລະບາດຂອງພະຍາດໂຄວິດ19 ໄດ້ຜ່ອນຜັນລົງ, ແຕ່ໜ້າເສຍດາຍບັນຍາກາດການຄ້າຂາຍນັ້ນມີບາງອັນພັດບໍ່ຢູ່ໃນລະບຽບຮຽບຮ້ອຍ ແລະກາຍເປັນປາກົດການຫຍໍ້ທໍ້, ໂດຍສະເພາະແມ່ນການຂາຍເຄື່ອງຊະຊາຍກວມເອົາຂອບທາງຍ່າງໃນບ່ອນຊຸມຊົນແອອັດ, ສ້າງຄວາມບໍ່ສະສະດວກໃນການສັນຈອນໄປມາ, ມີຫລາຍຄັ້ງໄດ້ພາໃຫ້ເກີດອຸປະຕິເຫດກໍມີ.

ເຖິງວ່າໃນໄລຍະຜ່ານມາພາກລັດໄດ້ສ້າງນິຕິກຳຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍນັ້ນຢ່າງເຂັ້ມງວດ ແລະ ກໍໄດ້ມີການຈັດສັນໂດຍດີຕະຫລອດມາບໍ່ວ່າຈະເປັນບ້ານ ຫລືຊານເມືອງຕ່າງໆ ທັງນີ້ກໍເພື່ອໃຫ້ຢູ່ໃນຄວາມສະອາດງາມຕາຂອງຕົວເມືອງນັບທັງການຈະປຸກສ້າງ, ຕໍ່ເຕີມ ຫລື ວາງສິ່ງຂອງໃດຢູ່ເຂດນີ້ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານກ່ຽວຂ້ອງຕາມລະບຽບການຢ່າງຄັກແນ່, ຖ້າໃຜຝ່າຝືນກໍຈະໄດ້ກ່າວເຕືອນ ຫລືປັບໃໝຕາມລະບຽບທີ່ໄດ້ລະບຸໄວ້ໃນດຳລັດ ເລກທີ 568/ລບ ຕາມສະຖານໜັກເບົາ ຢ່າງເຂັ້ມງວດເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ, ອຳນວຍຄວາມສະດວກແກ່ຜູ້ສັນຈອນໄປມາ ແລະ ປົກປ້ອງບໍ່ໃຫ້ມີອຸບັດເຫດເກີດຂຶ້ນ.

ແຕ່ປານນັ້ນກໍຍັງປາກົດມີໃຫ້ເຫັນເປັນປະຈຳໃນການລ່ວງລະເມີດຂອບເຂດສັນຈອນບໍ່ວ່າຈະເປັນອາຄານ, ຕໍ່ເທີບ ອື່ນໆ ໂດຍສະເພາະຈຸດຊຸມຊົນແອອັດ, ລວມທັງການກາງເຕັ້ນເຮັດພິທີໃດໜຶ່ງ ຫລື ການຕັ້ງລໍ້ວາງເຄື່ອງຂາຍ, ຕັ້ງປ້າຍໂຄສະນາກວມເອົາເສັ້ນທາງຄົນຍ່າງ ເຊິ່ງພຶດຕິກຳຕ່າງໆເຫລົ່ານີ້ລ້ວນເປັນການລະເມີດລະບຽບກົດໝາຍທີ່ໄດ້ລະບຸໄວ້.

ດັ່ງນັ້ນພາກສ່ວນກ່ຽວຂ້ອງຕ້ອງໄດ້ຮີບຮ້ອນເອົາໃຈໃສ່ປັບປຸງແກ້ໄຂ ເພື່ອຄວາມເປັນລະບຽບຮຽບຮ້ອຍແລະ ຄວາມສະອາດສວຍງາມຂອງຕົວເມືອງ.

ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ - 4 - ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ
ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ - 3 - ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ
ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ - 5 - ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ