ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ - IMG 3089 - ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ
ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ - kitchen vibe - ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ

ວັນທີ 7 ກຸມພາ 2023, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ເຊິ່ງໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາຮ່າງດໍາລັດວ່າດ້ວຍກອງທຶນພັດທະນາອະຊີວະສຶກສາ; ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາ ໃນເງື່ອນໄຂໃໝ່; ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບມາດຕະຖານ; ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບ ມາດຕະຖານວັດແທກ; ຮ່າງດຳລັດວ່າດ້ວຍ ເຂດປອດພາສີ ແລະ ຮ້ານຄ້າປອດພາສີ. ເຊິ່ງໄດ້ຊີ້ນຳໃຫ້ແຕ່ລະພາກສ່ວນຮັບຜິດຂອບກ່ຽວຂ້ອງເອົາໃຈໃສ່ປັບປຸງ ແລະ ຮຽບຮຽງ ໃຫ້ມີເນື້ອໃນລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນ, ສົມບູນ, ຖືກຕ້ອງຕາມຫລັກການສ້າງນິຕິກຳ ແລະ ສາມາດຈັດຕັ້ງປະຕິບັດໄດ້. ພ້ອມທັງໃຫ້ສອດຄ່ອງກັບຄວາມເປັນຈິງຂຶ້ນຕື່ມ, ການກຳນົດເປົ້າໝາຍ, ຄາດໝາຍ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ຊັດເຈນ.

ສໍາລັບທິດທາງແຜນວຽກງານຈຸດປະຈຳເດືອນກຸມພາ 2023 ມີດັ່ງນີ້:

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ

1. ສືບຕໍ່ສຸມໃສ່ຊີ້ນໍາ-ນຳພາການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມທັງກໍເພີ່ມທະວີຄວາມເອົາໃຈໃສ່ ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ;

2. ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໂດຍໄວ; ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະບານວາງອອກກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານລັດການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດລວມທັງສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດໃຫ້ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຕາມກົດໝາຍກຳນົດໃຫ້ມີປະສິດທິຜົນ ສືບຕໍ່ຈັດສັນແຫລ່ງທຶນ ແລະ ສົ່ງເສີມຜູ້ປະກອບການຜະລິດພາຍໃນຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງ ຂັນໃນຕະຫລາດແບບຍືນຍົງ;

3. ສືບຕໍ່ຊອກຫາ ແລະ ຈັດສັນແຫລ່ງທຶນໄວ້ເພື່ອແກ້ໄຂໜີ້ສິນໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້;

4. ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບໃຫ້ການທ່ອງທ່ຽວ ໂດຍສະເພາະການສ້ອມແປງເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ທີ່ເປັນເປົ້າໝາຍລວມທັງສົ່ງເສີມໃຫ້ພາກທຸລະກິດ ລົງທຶນພັດທະນາຟື້ນຟູແຫລ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວໃຫ້ຫລາຍຂຶ້ນ;

5. ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເລັ່ງປັບປຸງກົນໄກການອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນຕາມບັນດາໜ້າວຽກຕົວຈິງທີ່ໄດ້ກຳນົດໃນມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023; ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້;

6. ສືບຕໍ່ສຸມໃສ່ພັດທະນາສີມືແຮງງານໃຫ້ມີຄຸນນະພາບສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ;

7. ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນໃນຂອບເຂດທົ່ວປະເທດໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງຕາມທິດຫັນເປັນທັນສະໄໝ;

8. ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາຢູ່ແຂວງຊຽງຂວາງໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ;

9. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມຂອງການນໍາຂັ້ນສູງໃຫ້ເປັນຮູບປະທໍາ ໂດຍສະເພາະຜົນການຢ້ຽມຢາມ ແລະ ບົດບັນທຶກການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ; ສຸມໃສ່ກະກຽມຄວາມພ້ອມຮອບດ້ານເພື່ອຕ້ອນຮັບການຢ້ຽມຢາມທາງການຂອງທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ການເຄື່ອນໄຫວຕ່າງປະເທດ ຂອງການນຳ ຕາມແຜນການ. ພ້ອມນັ້ນກໍເອົາໃຈໃສ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ.

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ - 5 - ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂແຜນວຽກຈຸດສຸມສຳຄັນຂອງຊາດ ເພື່ອການພັດທະນາເສດຖະກິດ-ສັງຄົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!