ຊ່ວຍແຜນດິນໄຫວ! ນັກເຕະຕວັກກີ ເປີດປະມູນເສື້ອພ້ອມລາຍເຊັນ ໂຣນັລໂດ້


ກອງຫລັງຊາວຕວັກກີ ນຳເອົາເສື້ອພ້ອມລາຍເຊັນອະດີດເພື່ອນຮ່ວມທີມ ຢູເວນຕຸສ ມາເປີດປະມູນເພື່ອປະກອບສ່ວນຊ່ວຍເຫລືອເຫດແຜ່ນດິນໄຫວ.
ເມຣິ ເດມິຣັລ ກອງຫລັງຂອງ ອາຕາລັນຕ້າ ນຳເອົາເສື້ອ ຢູເວນຕຸສ ພ້ອມລາຍເຊັນຂອງ ຄຣິສເຕຍໂນ ໂຣນັລໂດ້ ມາເປີດປະມູນເພື່ອຫາເງິນສົມທົບທຶນຊ່ວຍເຫລືອເຫດແຜ່ນດິນໄຫວໃນປະເທດຕວັກກີ.
ຍ້ອນຖືວ່າເປັນໄພພິບັດຄັ້ງໃຫຍ່ທີ່ຕ້ອງການຄວາມຊ່ວຍເຫລືອດ່ວນ ດ້ວຍເຫດນີ້, ກອງຫລັງທີມຊາດຕວັກກີ ເຊິ່ງປະຈຸບັນຫລິ້ນໃຫ້ ອາຕາລັນຕ້າ ຕັດສິນໃຈນຳເອົາເສື້ອຄໍເລັກຊັນຂອງຕົນເອງຄື ຢູເວນຕຸສ ພ້ອມລາຍເຊັນຂອງ CR7 ເຊິ່ງທັງສອງເຄີຍເປັນເພື່ອນຮ່ວມທີມຂອງ ມ້າລາຍ ຢູເວນຕຸສ ໃນຊ່ວງປີ 2019-2021 ມາເປີດປະມູນເພື່ອລະດົມທຶນຊ່ວຍເຫລືອຜູ້ປະສົບໄພ.
ຢ່າງໃດກໍຕາມ, ຕາມການເປີດເຜີຍຫລ້າສຸດ ມີຜູ້ປະມູນສະເໜີລາຄາສູງສຸດໃນຕອນນີ້ທີ່ 14,862 ເອີໂຣ ແລະ ໂດຍສາມາດສະເໜີລາຄາປະມູນໄດ້ທີ່ teamdemiral@gmail.com ຈົນຮອດ 20:00 ໂມງຂອງມື້ນີ້ (8 ກຸມພາ) ຕາມເວລາທ້ອງຖິ່ນໃນປະເທດຕວັກກີ.