ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ

- 329 - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ
- kitchen vibe - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ

ໃນວັນທີ 8 ກຸມພາ 2023, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ນຳເອົາກຸ່ມເປົ້າໝາຍມົ້ວສຸມດື່ມນໍ້າກະທ່ອມ 7 ຄົນ ແລະ ຜູ້ຜະລິດຄ້າຂາຍ 2 ຄົນ ມາສຶກສາອົບຮົມກ່າວເຕືອນ ແລະ ປັບໃໝ ພ້ອມທັງໄດ້ຢືດຂອງກາງສ່ວນປະສົມຂອງນໍ້າກະທ່ອມ ມີໃບກະທ່ອມ 17 ກິໂລກະລາມ, ໂອອິຊິ 9 ແກັດ, ຢາດີໄອ 327 ແກ້ວ, ນໍ້າຕານສົດ 24 ແກັດ ແລະ ຢາສູບໄຟຟ້າ-ຊິຊ່າ (ບາລາກູ) 25 ອັນ.

- 329521904 58477 1024x683 - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ

- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ
- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ

ທ່ານ ພັທ ບຸນສີ ແກ້ວພະນົມໄຊ ຮອງຫົວໜ້າຫ້ອງຕໍາຫລວດ ປກສ ແຂວງວຽງຈັນ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ, ໂດຍປະຕິບັດຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 13/ປກສ ລົງວັນທີ 14 ກັນຍາ 2022 ເລື່ອງ: ການເພີ່ມທະວິການຄວບຄຸມ ແລະ ສະກັດກັ້ນ ການປູກ , ຜະລິດ , ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ຫລື ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆໂດຍບໍ່ຖືກຕ້ອງຕາມກົດໜາຍ, ພ້ອມທັງເປັນການຜັນຂະຫຍາຍນິຕິກຳ, ຄໍາສັ່ງກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສຍຕິດ 2021-2023 ສະບັບເລກທີ 19/ນຍ ແລະ ເປັນການເພີ່ມທະວີວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພໃນສັງຄົມ, ຫ້າມບຸກຄົນ, ນິຕິບຸກຄົນ, ຜູ້ປະກອບການ, ຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ ແລະ ການຈັດຕັ້ງປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອຍຄອງ, ນໍາເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດ ປະເພດ: ຢາຝິ່ນ, ກະທ່ອມ ແລະ ຜະລິດຕະພັນທີ່ມີສານປະສົມສານຕັ້ງຕົ້ນ ແລະ ສານປະເພດຕ່າງໆ ເຊັ່ນ: ຢາສູບໄຟຟ້າ-ຊິຊ່າ (ບາລາກູ), ຂາຄູ່, ກາເຟ ແລະ ປູມເປົ້າອັດແກ໌ສສານໄນຕຣາສອ໋ອດໄຊທ໌ (N2O) ຖ້າຜູ້ໃດຫາກລະເມີດຈະຖືກສຶກສາອົບຮົມ ກ່າວເຕືອນ, ປັບໃໝ ແລະ ຖືກດໍາເນີນຄະດີໃນສະຖານເບົາ ຫລື ໜັກ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

 

- 3 - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ
- 5 - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ
- 4 - ປກສ ແຂວງວຽງຈັນ ກັກຕົວກຸ່ມມົ້ວສຸມດື່ມນໍ້າກະທ່ອມ-ຜະລິດຄ້າຂາຍ 9 ຄົນມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບ