ປກສ ສາລະວັນ ສັບຊ້ອນພົນຕໍາຫຼວດທີ່ເຂົ້າກໍາລັງໃໝ່
February 12, 2023 - 3:01 PM

ວັນທີ 6 ກຸມພາ 2023 ຜ່ານມານີ້ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງສາລະວັນ ໄດ້ຈັດພິທີສັບຊ້ອນພົນຕໍາຫຼວດທີ່ເຂົ້າກໍາລັງໃໝ່, ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພົນຕໍາຫຼວດໃໝ່ເຂົ້າຮ່ວມ.
ສະຫາຍ ພັທ ອິນຖາ ສີລິສົງຄາມ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 5360/ກມປສ, ລົງວັນທີ 28 ທັນວາ 2022 ວ່າດ້ວຍການຮັບກຳລັງໃໝ່ໃຫ້ກອງບັນຊາການ ປກສ ແຂວງສາລະວັນ ປະຈຳປີ 2022 ຈໍານວນ 62 ສະຫາຍ ຍິງ 15 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ສະບັບເລກທີ 25/ປກສ.ສວ ລົງວັນທີ 1 ກຸມພາ 2023 ວ່າດ້ວຍການສັບຊ້ອນພົນຕໍາຫຼວດທີ່ເຂົ້າເປັນກຳລັງໃໝ່ໃນນັ້ນ, ໄດ້ສັບຊ້ອນໃຫ້ຫ້ອງການກອງບັນຊາການ 11 ສະຫາຍ, ຫ້ອງການເມືອງ 6 ສະຫາຍ, ຫ້ອງພາລາທິການ 5 ສະຫາຍ, ຄ້າຍຄຸມຂັງດັດສ້າງນາໄຊ 2 ສະຫາຍ, ກອງບັນຊາການ ປກສ ເມືອງສາລະວັນ 18 ສະຫາຍ, ກອງບັນຊາການ ປກສ ເມືອງເລົ່າງາມ 2 ສະຫາຍ, ກອງບັນຊາການ ປກສ ເມືອງຄົງເຊໂດນ 4 ສະຫາຍ, ກອງບັນຊາການ ປກສ ເມືອງລະຄອນເພັງ 1 ສະຫາຍ, ກອງບັນຊາການ ປກສ ເມືອງວາປີ 6 ສະຫາຍ, ກອງບັນຊາການ ປກສ ເມືອງຕຸ້ມລານ 2 ສະຫາຍ, ກອງບັນຊາການ ປກສ ເມືອງຕະໂອ້ຍ 3 ສະຫາຍ, ກອງບັນຊາການ ປກສ ເມືອງສະໝ້ວຍ 2 ສະຫາຍ.
ໂອກາດນີ້, ສະຫາຍ ພັອ ແພງສີ ໄຊຍະເພັດ ໄດ້ໃຫ້ກຽດໂອ້ລົມພົນຕໍາຫຼວດທີ່ເຂົ້າກໍາລັງໃໜ່ໃຫ້ເພີ່ມທະວີຄວາມສາມັກຄີ, ມີຄວາມອົດທົນດຸໝັ່ນ, ຖືເອົາການເມືອງແນວຄິດ ລະບຽບວິໄນຂອງກໍາລັງເປັນບ່ອນຊີ້ທິດເຍືອງທາງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໜາຍໃຫ້ ມີຜົນສໍາເລັດເປັນກ້າວໆ.