ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ

- 13121134bfb24d2 - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ
- kitchen vibe - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ

ຈໍານວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງໃນຕວກກີ ແລະ ຊີເຣຍເພີ່ມຂຶ້ນເປັນຢ່າງໜ້ອຍ 34.179 ຄົນແລ້ວໃນວັນທີ 12 ກຸມພາ ແບ່ງເປັນຜູ້ເສຍຊີວິດໃນຕວກກີ 29.605 ຄົນ ແລະ ໃນຊີເຣຍອີກ 4.574 ຄົນ ເຊິ່ງເຖິງວ່າຄວາມຫວັງໃນການຄົ້ນຫາຜູ້ລອດຊີວິດຈະເຫລືອໜ້ອຍ ຫລັງເຫດແຜ່ນດິນໄຫວຜ່ານໄປແລ້ວ 1 ອາທິດ, ແຕ່ເຈົ້າໜ້າທີ່ຍັງພົບຜູ້ລອດຊີວິດຈໍານວນໜຶ່ງ ລວມທັງເດັກນ້ອຍຜູ້ໃຈສູ້ ແລະ ບັນດາສັດລ້ຽງຂອງມະນຸດ.

ໃນເຂດໃຈກາງເມືອງອັນຕາເກຍ ເຊິ່ງຢູ່ທາງຕອນໃຕ້ຂອງຕວກກີ ແລະ ເປັນໜຶ່ງໃນເມືອງທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ເຈົ້າຂອງຮ້ານຄ້າຫລາຍແຫ່ງໄດ້ເລັ່ງເກັບສິນຄ້າຂອງຕົນອອກຈາກໜ້າຮ້ານ ເພື່ອປ້ອງກັນບໍ່ໃຫ້ມີຄົນມາລັກໄປໄດ້ ຫລັງໃນໄລຍະຜ່ານມາ ສະຖານະການຄວາມປອດໄພໃນປະເທດເລີ່ມບໍ່ຄ່ອຍດີ ມີຜູ້ຝ່າຝືນກົດໝາຍໄດ້ກໍ່ເຫດຮຸນແຮງ ແລະ ລັກສິນຄ້າຕາມຮ້ານຄ້າ ລວມທັງຮື້ຄົ້ນຫາຂອງມີຄ່າໃນຊາກເຮືອນຊານຂອງປະຊາຊົນທີ່ພັງລົງມາ ທ່າມກາງຄວາມຍາກລໍາບາກຂອງຄົນຈໍານວນຫລາຍທີ່ບໍ່ມີບ່ອນຢູ່, ສະບຽງອາຫານບໍ່ພຽງ. ຂະນະທີ່ປະທານາທິບໍດີ ເຣເຊບ ຕອຍຢິບ ເອີໂດກັນ ຂອງຕວກກີ ໄດ້ອອກມາເຕືອນວ່າ: ພ້ອມໃຊ້ກົດໝາຍທີ່ເດັດຂາດເພື່ອລົງໂທດຜູ້ກໍ່ເຫດຄວາມບໍ່ສະຫງົບທັງໝົດ.

- Visit Laos Visit SALANA BOUTIQUE HOTEL - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ
- Visit Laos Visit SALANA BOUTIQUE HOTEL - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ

ສໍາລັບສະຖານະການຢູ່ຊີເຣຍນັ້ນ ໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກທີ່ສຸດຄືຢູ່ພາກຕາເວັນຕົກສຽງເໜືອທີ່ກຸ່ມກະບົດເປັນຜູ້ຢຶດຄອງ ສົ່ງຜົນໃຫ້ປະຊາຊົນຈໍານວນຫລາຍຕ້ອງພັດຖິ່ນຖານ ຊໍ້າຕື່ມຈາກສະຖານະການສົງຄາມກາງເມືອງທີ່ຍາວນານກວ່າທົດສະວັດ ໂດຍພາກພື້ນດັ່ງກ່າວໄດ້ຮັບການຊ່ວຍເຫລືອໜ້ອຍຖ້າທຽບໃສ່ພື້ນທີ່ທີ່ລັດຖະບານເປັນຝ່າຍຄວບຄຸມເບິ່ງແຍງ. ຂະນະທີ່ອາເມລິກາໄດ້ຮຽກຮ້ອງໃຫ້ລັດຖະບານຊີເຣຍ ແລະ ທຸກຝ່າຍທີ່ກ່ຽວຂ້ອງໃນປະເທດ ເລັ່ງໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາຢ່າງທົ່ວເຖິງໂດຍໄວທີ່ສຸດ.

ອ້າງອີງ:

https://www.reuters.com/…/survivors-ever-fewer…/

https://edition.cnn.com/…/turkey-syria…/index.html

- 3 - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ
- 5 - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ
- 4 - ຈໍານວນຜູ້ເສຍຊີວິດໃນຕວກກີ ແລະ ຊີເຣຍສູງເຖິງ 34.000 ຄົນ ທ່ານ ເອີໂດກັນ ກ່າວວ່າ ພ້ອມລົງໂທດຜູ້ກໍ່ເຫດຂີ້ລັກໃນໄລຍະເວລາຍາກລໍາບາກ